• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ​: ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມືດ້ານ​ແຮງ​ງານ ແລະ ສະ​ຫວັດ​ດິີການ​ສັງ​ຄົມ

ການນຳຂອງສອງກະຊວງໄດ້ມອບຫຼຽນໄຊມິດຕະພາບ ແລະ ໃບຍ້ອງຍໍໃຫ້ແກ່ໝູ່ຄະນະ, ບຸກຄົນ ທີ່ມີຜົນງານ ປະກອບສ່ວນໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ສອງ ກະຊວງ, ສອງປະເທດຫວຽດນາມ - ລາວ ໃນໄລຍະທີ່ຜ່ານມາ.

ກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ - ລາວ ຄັ້ງທີ 6

ໃນລະຫວ່າງວັນທີ 26 – 28 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ດຳເນີນກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ - ລາວ ຄັ້ງທີ 6 ໂດຍທ່ານ ດ່າວງັອກຢູງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວເປັນປະທານຮ່ວມ.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາການປະຕິບັດບົດບັນທຶກກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ - ລາວ ຄັ້ງທີ 5 ຢູ່ ດ່ານັງ ໃນເດືອນເມສາ ປີ 2017 ຊຶ່ງບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ ທັງດ້ານຂອບເຂດ, ຄຸນນະພາບ ແລະ ຮູບແບບການຮ່ວມມື, ໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ ນັບມື້ນັບດີກ່ວາ. ພ້ອມທັງແບ່ງປັນບົດຮຽນໃນວຽກງານບຳລຸງສ້າງວິຊາຊີບ, ແກ້ໄຂບັນຫາວຽກເຮັດງານທຳ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ປະຕິບັດບັນດານະໂຍບາຍກ່ຽວກັບການປະກັນໄພສັງຄົມ, ວຽກງານອຸປະກາລະສັງຄົມ, ປົກປ້ອງ ແລະ ດູແລເດັກນ້ອຍ,ໜູນຊ່ວຍຄົນພິການ, ຜູ້ທີ່ມີອາຍຸສູງ, ດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ…ກ່ຽວກັບບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນກອງປະຊຸມດັ່ງກ່າວ, ທ່ານ ຢວານເມົາຢຽນ, ຮອງລັດຖະມົນຕີ ກະຊວງ ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໃຫ້ຮູ້ວ່າ:

        ສອງກະຊວງເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນແບ່ງປັນບົດຮຽນການພັດທະນາຂໍ້ມູນຂ່າວສານກ່ຽວກັບຕະຫຼາດແຮງງານ ແລະ ການຄຸ້ມຄອງແຮງງານ, ຮ່ວມມືໃນຂົງເຂດບຳລຸງສ້າງວິຊາຊີບ, ປະກັນໄພສັງຄົມ, ການກວດກາ… ພິເສດ ຫວຽດນາມ ໜູນຊ່ວຍນັກຊ່ຽວຊານ, ບຳລຸງສ້າງພະນັກງານເພື່ອໃຫ້ສູນຟື້ນຟູອາເມກປະສົງຢູ່ບ້ານເກິນເຄື່ອນໄຫວຢ່າງມີປະສິດທິຜົນ. ໜູນຊ່ວຍລາວສ້າງກົນໄກນະໂຍບາຍ ແລະ ຄຸ້ມຄອງແຮງງານໃນເຂດຕິດກັບຊາຍແດນ ແລະ ແຮງງານ ຫວຽດນາມຢູ່ລາວ ໃຫ້ດີກ່ວາອີກ; ສືບຕໍ່ໜູນຊ່ວຍລາວພັດທະນາລະບົບອະຊິສະສຶກສາ.

        ໃນໂອກາດນີ້, ການນຳຂອງສອງກະຊວງໄດ້ມອບຫຼຽນໄຊມິດຕະພາບ ແລະ ໃບຍ້ອງຍໍໃຫ້ແກ່ໝູ່ຄະນະ, ບຸກຄົນ ທີ່ມີຜົນງານ ປະກອບສ່ວນໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ສອງ ກະຊວງ, ສອງປະເທດຫວຽດນາມ - ລາວ ໃນໄລຍະທີ່ຜ່ານມາ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top