• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຖືເປັນ​ສຳ​ຄັນ​​ການ​ເຈ​ລະ​ຈາ ແລະ ໄກ່​ເກ່ຍ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ກົງ​ໂກ

ວັນທີ 6 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ສາທາລະນະລັດປະຊາທິປະໄຕ ກົງໂກ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ:TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງລັດຖະບານ ກົງໂກໃນການຮັກສາສະພາບສະຖຽນລະພາບພາຍໃນປະເທດ ແລະ ເພີ່ມທະວີການຮ່ວມມືສາກົນ ເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ ແລະ ສັນຕິພາບ. ທ່ານເອກອັກຄະລັດຖະທູດກໍໄດ້ແບ່ງປັນຄວາມສົນໃຈກ່ຽວກັບສະພາບການຂາດສະຖຽນລະພາບຢູ່ພາກພື້ນຕາເວັນອອກ ກົງໂກ ແລະ ສິ່ງທ້າທາຍຕໍ່ສະພາບມະນຸດສະທຳ ພ້ອມກັບຜົນສະທ້ອນຂອງໂລກລະບາດໂຄວິດ - 19, ເອໂບລາ ແລະ ໂລກພະຍາດອື່ນໆ. ທ່ານເອກອັກຄະລັດຖະທູດ ກໍເນັ້ນໜັກເຖິງຄວາມສົນໃຈຂອງການໜູນຊ່ວຍສາກົນ ແລະ ການເພີ່ມທະວີການຮ່ວມມືໃນພາກພື້ນ, ພ້ອມທັງຢັ້ງຢືນເຖິງການປະກອບສ່ວນສຳຄັນຂອງ ສະຫະພາບ ອາຟະລິກາ ແລະ ບັນດາອົງການຈັດຕັ້ງຢູ່ອະນຸພາກພື້ນອື່ນໆໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ ກົງໂກ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top