• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແນ​ໃສ່​​ສ້າງພື້ນ​ຖານສັນ​ຕິ​ພາບ​ ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ

ຜູ້ຕາງໜ້າຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດກອງປະຊຸມສາກົນຂອງ ທ່ານປະທານາທິບໍດີ Mahmoud Abbas ແລະ ທຸກຄວາມມານະພະຍາຍາມເພື່ອມຸ່ງໄປສູ່ພື້ນຖານສັນຕິພາບຢ່າງຮອບດ້ານ, ສະເໝີພາບ ແລະ ຍາວນານ ລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ ເຊິ່ງເໝາະສົມກັບກົດໝາຍສາກົນ ແລະ ບັນດາມະຕິຂອງ ສປຊ. 
ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບສະພາບການຢູ່ ພາກຕາເວັນອອກກາງ

ວັນທີ 26 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ທີ່ປຶກສາດ້ານການພົວພັນຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມຄືບໜ້າ ທີ່ມຸ່ງໄປເຖິງການດຳເນີນການເລືອກຕັ້ງຢູ່ ປາແລັດສະຕິນ ເຊິ່ງແມ່ນບາດກ້າວສຳຄັນໃຫ້ແກ່ຄວາມເປັນ ເອກະພາບ ແລະ ການປ່ອງດ່ອງ. ຜູ້ຕາງໜ້າຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດກອງປະຊຸມສາກົນຂອງ ທ່ານປະທານາທິບໍດີ Mahmoud Abbas ແລະ ທຸກຄວາມມານະພະຍາຍາມເພື່ອມຸ່ງໄປສູ່ພື້ນຖານສັນຕິພາບຢ່າງຮອບດ້ານ, ສະເໝີພາບ ແລະ ຍາວນານ ລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ ເຊິ່ງເໝາະສົມກັບກົດໝາຍສາກົນ ແລະ ບັນດາມະຕິຂອງ ສປຊ. ຫວຽດນາມ ຢັ້ງຢືນວ່າ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ມີຄວາມຈຳເປັນພິເສດ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈຳກັດທຸກການເຄື່ອນໄຫວແບບລຳຟັງຝ່າຍດຽວ ທີ່ອາດຈະເຮັດໃຫ້ເສຍຄວາມໄວ້ເນື້ອເຊື່ອໃຈ. ທ່ານນາງ ຫງວຽນເຟືອງຈ່າ ໄດ້ສະແດງບັນດາບາດກ້າວ ຫວ່າງແລ້ວນີ້ຂອງລັດຖະບານ ເອຢິບ ເພື່ອແນໃສ່ຍົກເລີກການປິດລ້ອມເຂດ Gaza ແລະ ຮຽກຮ້ອງໃຫ້ ອິດສະລາແອັນປະຕິບັດບັນດາມາດຕະການທີ່ຄ້າຍຄືກັນ. ກ່ຽວກັບບັນຫາມະນຸດສະທຳ, ຫວຽດນາມ ສືບຕໍ່ສະແດງຄວາມວິຕົກກັງວົນ ກ່ຽວກັບ ສະພາບການຕົວຈິງໃມປັດຈຸບັນ ຢູ່ ປາແລັດສະຕິນ ແລະ ຮຽກຮ້ອງໃຫ້ບັນດານັກອຸປະຖຳສາກົນສືບຕໍ່ບັນດາຄຳໝັ້ນສັນຍາໜູນຊ່ວຍ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top