• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ໄດ້​ຈັດ​ຢູ່ອັນ​ດັບ​ສູງ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕາມບົດຂຽນແລ້ວ, ກຳລັງຄວາມສາມາດໃນການແກ້ງແຍ້ງ ທາງການຄ້າ ຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນແລະ ກາຍເປັນສູນຜະລິດທີ່ດູດດື່ມ. ເລື່ອງຫວຽດນາມ ເຂົ້ນເປັນສະມາຊິກອາຊຽນ ໄດ້ສຳເລັດ ແມ່ນຂໍກຸນແຈ ເພື່ອເຮັດໃຫ້ການເຄື່ອນໄຫວທາງການຄ້າມີການເຕີບໂຕຢ່າງແຮງ.
(ແຫຼ່ງຄັດຈາກ VOV)

ຫວ່າງມໍ່ໆມານີ້, ເວັບໄຊຂອງບໍລິສັດຄຸ້ມຄອງສັບຊິນ AXA Investment Managers Asia ເຊິ່ງມີສຳນັກງານຕັ້ງຢູ່ ສິງກະໂປ ໄດ້ລົງບົດຂຽນອະທິບາຍກ່ຽວກັບສາຍເຫດ ທີ່ຫວຽດນາມ ໄດ້ຈັດຢູ່ອັນດັບສູງກ່ຽວກັບປະສິດທິຜົນດ້ານເສດຖະກິດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຄາດຄະເນແງ່ຫວັງໃນການເປີດກວ້າງທີ່ຕັ້ງຂອງ ຫວຽດນາມ ໃນລະບົບນິເວດຜະລິດທົ່ວໂລກ ແລະ ພາກພື້ນ.

ຕາມບົດຂຽນແລ້ວ, ກຳລັງຄວາມສາມາດໃນການແກ້ງແຍ້ງ ທາງການຄ້າ ຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນແລະ ກາຍເປັນສູນຜະລິດທີ່ດູດດື່ມ. ເລື່ອງຫວຽດນາມ ເຂົ້ນເປັນສະມາຊິກອາຊຽນ ໄດ້ສຳເລັດ ແມ່ນຂໍກຸນແຈ ເພື່ອເຮັດໃຫ້ການເຄື່ອນໄຫວທາງການຄ້າມີການເຕີບໂຕຢ່າງແຮງ. ຫວຽດນາມ ກໍ່ໄດ້ລົງນາມບັນດາສັນຍາການຄ້າເສລີ ກັບພື້ນຖານເສດຖະກິດໃຫຍ່ໆຄື: ຈີນ, ສະຫະພາບ ເອີລົບ (EU), ອັງກິດ, ຍີ່ປຸ່ນ, ຜ່ານນັ້ນສ້າງສະພາບແວດລ້ອມສະດວກເພື່ອພັດທະນາການ ພົວພັນທາງການຄ້າ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top