• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ມີຂໍ້ລິເລີ່ມຫຼາຍສິ່ງຫຼາຍຢ່າງທີ່ເປັນປະໂຫຍດ ຕໍ່ ອາຊຽນ

      ການປະກອບສ່ວນພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີນີ້ແມ່ນ ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມຫຼາຍຢ່າງ ແລະ ປະຕິບັດສຳເລັດບັນດາເປົ້າໝາຍ ແລະ ແຜນການທີ່ໄດ້ວາງອອກທັງໝົດ.

ທ່ານຮອງລັດຖະມົນຕີການຕ່າງປະເທດລາວ ທອງພັນ ສະຫວັນເພັດ
      “ຫວຽດນາມ ໄດ້ມີຂໍ້ລິເລີ່ມຫຼາຍສິ່ງຫຼາຍຢ່າງທີ່ເປັນປະໂຫຍດ ຕໍ່ ອາຊຽນ”. ນັ້ນແມ່ນການຕີລາຄາຂອງທ່ານຮອງລັດຖະມົນຕີການຕ່າງປະເທດລາວ ທອງພັນ ສະຫວັນເພັດ ເມື່ອໃຫ້ສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37. ທ່ານຮອງລັດຖະມົນຕີການຕ່າງປະເທດລາວ ທອງພັນ ສະຫວັນເພັດ ຕີລາຄາສູງຕໍ່ລັກສະນະເປັນເຈົ້າການ ແລະ ຄວາມມີໄຫວພິບຂອງ ຫວຽດນາມ ເມື່ອວາງອອກຂໍ້ລິເລີ່ມ ແລະ ຈັດຕັ້ງສຳເລັດບັນດາການເຄື່ອນໄຫວຂອງ ອາຊຽນ ໃນປີທີ່ໄດ້ຮັບຖືວ່າ ມີສິ່ງທ້າທາຍຫຼາຍຢ່າງຈາກໂລກລະບາດໂຄວິດ - 19. 
      ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງພັນ ສະຫວັນເພັດ ແລ້ວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ຕໍ່ຕາມ, ແຕ່ການຮ່ວມມືຂອງ ອາຊຽນ ກັບບັນດາຄູ່ຮ່ວມມືນອກກຸ່ມ ຍັງສືບຕໍ່ໄດ້ດຳເນີນເປັນປົກກະຕິ ແລະ ບັນດາການເຄື່ອນໄຫວລະຫວ່າງບັນດາຝ່າຍ ຍັງຄົງສືບຕໍ່ໄດ້ຮັບການຮັກສາໄວ້. ທ່ານຍັງໃຫ້ຮູ້ຕື່ມອີກວ່າ ການປະກອບສ່ວນພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີນີ້ແມ່ນ ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມຫຼາຍຢ່າງ ແລະ ປະຕິບັດສຳເລັດບັນດາເປົ້າໝາຍ ແລະ ແຜນການທີ່ໄດ້ວາງອອກທັງໝົດ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງ ອາຊຽນ, ຊ່ວຍໃຫ້ ອາຊຽນ ນັບມື້ນັບມີຄວາມສາມັກຄີ ແລະ ສືບຕໍ່ຮັກສາໄດ້ບົດບາດເປັນໃຈກາງຂອງ ອາຊຽນ ໃນການຮ່ວມມືກັບບັນດາປະເທດພາຍນອກ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top