• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມບັນດາຂອບເຂດການຮ່ວມມືຂອງອາຊຽນໃນການປ້ອງກັນ, ຕ້ານ ອາດຊະຍາກຳຂ້າມຊາດຢ່າງຄົບຖ້ວນ

      ຫວຽດນາມ ຖືວ່າ ອາດຊະຍາກຳຂ້າມຊາດຜ່ານເຂດຊາຍແດນໄດ້ນາບຂູ່ໂດຍກົງເຖິງສະຖຽນລະພາບ, ການພັດທະນາເສດຖະກິດ, ການຄ້າການລົງທຶນຂອງພາກພື້ນເວົ້າລວມແລະ ຫວຽດນາມ ເວົ້າສະເພາະ

ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ(ພາບ: anninhthudo.vn)
      ວັນທີ 3 ເມສາ, ກອງປະຊຸມຂັ້ນສູງພາກພື້ນ - ຫັນແຜນການການຄ້າ ແລະ ຄວາມໝັ້ນຄົງໃຫ້ຄົບຊຸດ, ໜູນຊ່ວຍໃຫ້ແກ່ເປົ້າໝາຍ ASEAN 2025, ໄດ້ດຳເນີນໃນລະຫວ່າງວັນທີ 3 – 4 ເມສາ, ຢູ່ ບາງກອກ, ປະເທດ ໄທ. ກອງປະຊຸມໂດຍລັດຖະບານໄທ ແລະ ຫ້ອງການສະຫະປະຊາຊາດ ກ່ຽບກັບການຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNDOC) ຮ່ວມກັນຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືເຈລະຈາ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືບັນຫາການຄຸ້ມຄອງເຂດຊາຍແດນເພື່ອແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃນວິວັດການເປີດກ້ວາງເສດຖະກິດຢູ່ພາກພື້ນ.
        ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຫງວຽນວັນແທັ່ງ, ຮອງລັດຖະມົນຕີ ກະຊວງຕຳຫຼວດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຖືວ່າ ອາດຊະຍາກຳຂ້າມຊາດຜ່ານເຂດຊາຍແດນໄດ້ນາບຂູ່ໂດຍກົງເຖິງສະຖຽນລະພາບ, ການພັດທະນາເສດຖະກິດ, ການຄ້າການລົງທຶນຂອງພາກພື້ນເວົ້າລວມແລະ ຫວຽດນາມ ເວົ້າສະເພາະ. ດັ່ງນັ້ນ, ບັນດາປະເທດສະມາຊິກ ອາຊຽນຄວນສົມທົບກັນຢ່າງແໜ້ນແຟ້ນ ແລະ ຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ.
        ກ່ຽວກັບຄຳໝັ້ນສັນຍາຂອງ ຫວຽດນາມ, ທ່ານພົນໂທ ຫງວຽນວັນແທັ່ງ ເນັ້ນໜັກວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມຄວາມຮັບຜິດຊອບ ຂອງ ອາຊຽນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະເຂົ້າຮ່ວມບັນດາຂອບເຂດການຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຢ່າງຄົບຖ້ວນ, ຮັບປະກັນບັນດາດັດຊະນີກ່ຽວກັບຄວາມໝັ້ນຄົງ ແລະ ຄວາມປອດໄພ.
 (ແຫຼ່ງຄັດຈາກ VOV)
 
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top