• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຂົງເຂດພັດທະນາພະລັງງານຜະລິດຄືນໃໝ່

      ຕອນບ່າຍວັນທີ 11 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ John Kerry (ພາບ: VGP)
      ເມື່ອແລກປ່ຽນກັບທ່ານ John Kerry, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງ: ແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ພ້ອມທັງໃຫ້ຮູ້ວ່າ: ລັດຖະບານໄດ້ມີບັນດານະໂຍບາຍຊຸກຍູ້ຂົງເຂດນີ້. ສ່ວນທ່ານອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ກໍ່ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈຕໍ່ບັນຫາພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ພ້ອມທັງ ສະເໜີສ້າງຕັ້ງການຮ່ວມທຸລະກິດລະຫວ່າງ ອາເມລິກາ ແລະ ຫວຽດນາມ ໃນການພັດທະນາແຫຼ່ງພະລັງງານສະອາດ.
        ຂໍ້ສະເໜີຂອງທ່ານອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຮັບຄຳຊົມເຊີຍຈາກທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ຈະມອບໃຫ້ອົງການທີ່ກ່ຽວຂ້ອງພິຈາລະນາ, ຄົ້ນຄວ້າຢ່າງເຂັ້ມງວດ ແລະ ມີຄຳຕອບໂດຍໄວໃຫ້ທ່ານ John Kerry . ໃນການພົວພັນກັບ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກມີຄວາມສົມດູນດ້ານການຄ້າກັບຄູ່ຮ່ວມມືສຳຄັນນີ້.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top