• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ເມັກຊີໂກ ເພີ່ມທະວີການຮ່ວມມືດ້ານການເງິນ

(ພາບປະກອບ)
           ຄະນະ​ຜູ້​ແທນ​ການ​ນຳ​ກະຊວງ​ການ​ເງິນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ​ໂດ​ຮວາງແອ​ງຕ໋ວນ ນຳ​ໜ້າ, ຫາ​ກໍ່​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ເມັກຊີ​ໂກ ​ໃນ​ລະຫວ່າງ​ວັນ​ທີ 12 – 14/02, ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ການຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ການ​ເງິນ. ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Jose Antonio Meabe ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ສິນ​ເຊື່ອ​ສາທາລະນະ ​ເມັກ​ຊີ​ໂກ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ, ພິ​ເສດ​ແມ່ນ​ຍູ້​ໄວ​ການ​ເຈລະຈາ ​ເພື່ອ​​ກ້າວ​ໄປ​ເຖິງ​ການເຊັນ​ສັນຍາ​ຮ່ວມ​ມື​ດ້ານພາສີ ​ແລະ ສັນຍາຫຼີກລ້ຽງການ​ເກັບ​ພາສີຊ້ອນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ​ໂດຍອີງ​ໃສ່​ບັນ​ດາ​ໝາກຜົນ​ແຫ່ງ​ການ​​ເຈລະຈາ​ກ່ຽວ​ກັບ​ພາສີ ​ໃນພາກ​ໜຶ່ງ​ທີ່​ກ່ຽວຂ້ອງ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ເປັນ​ພື້ນຖານ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານພາສີ 2 ຝ່າຍ.
        ກ່ອນ​ໜ້າ​ນັ້ນ ທ່ານ​ຮອງລັດຖະມົນຕີ ​ໂດຮ່ວາງ​ແອ​ງຕ໋ວນ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ໄດ້​ເຮັດ​ວຽກ​ກັບ​ທ່ານ Osvaldo Santin ຜູ້ອຳນວຍການ​ອົງການ​ຄຸ້ມ​ຄອງ​ພາສີ ​ເມັກ​ຊີ​ໂກ ​ແລະ ທ່ານ Miguel Messmacher ຮອງ​ລັດຖະມົນຕີ​ຮັບຜິດຊອບ​ແຫຼ່ງລາຍ​ຮັບ​ກະ​ຊວງ​ການ​ເງິນ ​ແລະ ສິນ​ເຊື່ອ​ສາທາລະນະ ​ເມັກ​ຊີ​ໂກ.
 (ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top