• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນບົດຮຽນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດທີ່ຕົກຄ້າງພາຍຫຼັງສົງຄາມ

      ກອງປະຊຸມສຳມະນາກ່ຽວກັບຄວາມສ່ຽງຈາກລູກລະເບີດ, ວັດຖຸລະເບີດບໍ່ທັນແຕກທີ່ຕົກຄ້າງພາຍຫຼັງສົງຄາມໂດຍສູນສາກົນ ເຊີແນວ ກ່ຽວກັບການມ້າງທຳລາຍລູກລະເບີດມະນຸດສະທຳ (GICHD) ຈັດຕັ້ງໃນວັນທີ 5 ກັນຍາ, ຢູ່ສຳນັກງານ ສປຊ ທີ່ເຊີແນວ, ປະເທດສະວິດ. 

ພາບປະກອບ
      ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ພ້ອມກັບຜູ້ຕາງໜ້າອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆຢູ່ເຊີແນວ, ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກມົນລະພິດຈາກລູກລະເບີດຫຼາຍທີ່ສຸດ ແລະ ແບກຫາບຢ່າງໜັກໜ່ວງທີ່ສຸດຢູ່ໃນໂລກ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ມີບັນດາຄວາມມານະພະຍາຍາມສຳຄັນດ້ວຍແຫຼ່ງກຳລັງແຫ່ງຊາດເພື່ອແນໃສ່ແກ້ໄຂຜົນຮ້າຍຈາກລູກລະເບີດບໍ່ທັນແຕກ. ແຕ່ລະປີ, ລັດຖະບານໄດ້ລົງທຶນນັບຮ້ອຍຕື້ດົ່ງໃຫ້ບັນດາການເຄື່ອນໄຫວມ້າງທຳລາຍລູກລະເບີດ, ວັດຖຸລະເບີດບໍ່ທັນແຕກ, ສ້າງກອງທຶນທີ່ດິນຄືນໃໝ່, ຮັບປະກັນສິ່ງແວດລ້ອມ, ສ້າງເງື່ອນໄຂຄວາມປອດໄພໃຫ້ແກ່ການຜະລິດ… ໃນໄລຍະ 2016 – 2025, ລັດຖະບານໄດ້ວາງຈຸດໝາຍມ້າງທຳລາຍລູກລະເບີດ, ທຳຄວາມສະອາດໃຫ້ເນື້ອທີ່ດິນຖືກມົນລະພິດຈາກລູກລະເບີດໄດ້ປະມານ 800.000 ເຮັກຕາ…
        ເຂົ້າຮ່ວມກອງປະຊຸມສຳມະນາ, ບັນດາຜູ້ແທນມາຈາກຫຼາຍປະເທດໄດ້ປະກອບຄຳເຫັນກ່ຽວກັບບັນຫາຄຸ້ມຄອງຄວາມສ່ຽງຈາກລູກລະເບີດ ແລະ ວັດຖຸລະເບີດທີ່ຕົກຄ້າງພາຍຫຼັງສົງຄາມ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top