• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເລັ່ງຝ່າຍຕ່າງໆຢູ່ ເຢແມນ ເຊື່ອມຕໍ່ການເຈລະຈາດ້ານການເມືອງຢ່າງຮອບດ້ານ; ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ຊູດັງ ຈົ່ງສະງັບໃຈ, ຫຼີກລ້ຽງການກະທຳໃຊ້ ຄວາມຮຸນແຮງ

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢເເມນ ດັ້ງດິ່ງກວີ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນທີ່ປີນຂັ້ນໃດທາງການທະຫານຢູ່ ເຢເເມນເຖືກເພີ່ມຂື້ນ
ພາບປະກອບ: THX/TTXVN
      ວັນທີ 11 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນການປຶກສາຫາລື ກ່ຽວກັບສະພາບການຢູ່ ເຢເເມນ ດ້ວຍການເຂົ້າຮ່ວມຂອງ ທ່ານທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບ ເຢເເມນ Hans Grundberg ແລະ ທ່ານຜູ້ຮັກສາການຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ກ່ຽວກັບການປະສານງານການເຄື່ອນໄຫວມະນຸດສະທຳຂອງ ສປຊ Ramesh Rajasingham.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢເເມນ ດັ້ງດິ່ງກວີ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນທີ່ປີນຂັ້ນໃດທາງການທະຫານຢູ່ ເຢເເມນເຖືກເພີ່ມຂື້ນ, ໂດຍສະເພາະແມ່ນຢູ່ Marib, ອາດຈະ  ທຳລາຍຄວາມມານະພະຍາຍາມສ້າງສັນຕິພາບຢູ່ປະເທດນີ້, ກໍ່ຄວາມເຈັບປວດໃຫ້ແກ່ປະຊາຊົນ ເຢເເມນ, ກໍຄືນາບຂູ່ເຖິງສະຖຽນລະພາບຢູ່ພາກພື້ນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຕິທຸກການເຄື່ອນໄຫວທາງການທະຫານ, ເຊື່ອມຕໍ່ການເຈລະຈາຄືນໃໝ່, ຮ່ວມມືກັບທູດພິເສດເພື່ອປືອກສາຫາລືກ່ຽວກັບມາດຕະການແກ້ໄຂດ້ານການເມືອງຢ່າງຮອບດ້ານໃຫ້ແກ່ ເຢເເມນ.
            ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ກໍມີການປຶກສາຫາລືປິດລັບກ່ຽວກັບການຜັນແປຫວ່າງມໍ່ໆມານີ້ຢູ່ ຊູດັງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top