• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຊື່ອໝັ້ນວ່າ ອາຊຽນ ຈະກ້າວເດີນຢ່າງໝັ້ນຄົງເພື່ອຜ່ານຜ່າໂລກລະບາດໃນອະນາຄົດອັນໃກ້ໆນີ້

      ດ້ວຍເນື້ອໃນຈິດໃຈ “ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ”, ຫວຽດນາມ ເຊື່ອໝັ້ນວ່າ ອາຊຽນ ຈະສືບຕໍ່ກ້າວເດີນຢ່າງໝັ້ນຄົງເພື່ອຜ່ານຜ່າໂລກລະບາດໃນອະນາຄົດໃກ້ໆນີ້. ນີ້ແມ່ນສານ ເຊິ່ງທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໄດ້ເນັ້ນໜັກໃນກອງປະຊຸມສະມັດຊາ ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຄັ້ງທີ 26 ເຊິ່ງຖືກດຳເນີນແບບທາງໄກໃນຕອນເຊົ້າວັນທີ 29 ກັນຍາ.
ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ເຂົ້າຮ່ວມກອງປະຊຸມ (ພາບ: molisa.gov.vn)
      ກອງປະຊຸມແມ່ນເຫດການສຳຄັນທີ່ສຸດຂອງ ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ໃນປີປະທານ ອາຊຽນ 2021, ແນໃສ່ພິຈາລະນາ ແລະ ຮັບຮອງເອົາບັນດາເອກະສານ, ຖະແຫຼງການຂອງ ປະຊາຄົມ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ຖືກດຳເນີນໃນເດືອນຕຸລາ ຈະມາເຖິງ; ພ້ອມທັງແບ່ງປັນທັດສະນະກ່ຽວກັບບັນດາບັນຫາທີ່ຄວນເອົາໃຈໃສ່, ບັນດາຜົນງານຂອງປະຊາຄົມ ແລະ ກຳນົດທິດພັດທະນາຂອງ ອາຊຽນ ໃນໄລຍະຈະມາເຖິງ ເພື່ອມຸ່ງໄປເຖິງການປະຕິບັດວິໄສທັດ ປະຊາຄົມ ອາຊຽນ ຮອດປີ 2025 ໃຫ້ປະກົດຜົນເປັນຈິງ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ດ່າວງອກຢຸງ ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອແກ້ໄຂ ແລະ ຜ່ານຜ່າໂລກລະບາດໂຄວິດ - 19.
        “ພ້ອມກັບ ອາຊຽນ, ຫວຽດນາມ ໄດ້ ແລະ ພວມສືບຕໍ່ບັນດາຄວາມມານະພະຍາຍາມຂອງຕົນເພື່ອຮັບມືກັບໂລກລະບາດໂຄວິດ - 19 ແລະ ບັນດາຜົນກະທົບຮ້າຍແຮງຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ລັດຖະບານ ຫວຽດນາມ ໄດ້ຍູ້ແຮງການສັກວັກຊິນຢູ່ບັນດາແຂວງທີ່ມີອັດຕາ ແລະ ຄວາມສ່ຽງສູງ; ມານະພະຍາຍາມມີບັນດາບ້ວງເງິນໜູນຊ່ວຍໃໝ່, ເປີດກວ້າງບັນດາກຸ່ມເປົ້າໝາຍຊົມໃຊ້ຜົນປະໂຫຍດ. ເຖິງວ່າ ປັດຈຸບັນ, ແຕ່ລະປະເທດສະມາຊິກ ອາຊຽນ ຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍກໍ່ຕາມ, ແຕ່ ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍເນື້ອໃນຈິດໃຈ “ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ”, ອາຊຽນ ຈະສືບຕໍ່ຜ່ານຜ່າໂລກລະບາດໃນອະນາຄົດໃກ້ໆນີ້ຢ່າງໝັ້ນຄົງ”.
        ສິ້ນສຸດກອງປະຊຸມ, ລັດຖະມົນຕີບັນດາປະເທດ ໄດ້ອອກຖະແຫຼງການຮ່ວມ ແລະ ຕົກລົງຮັບຮອງເອົາ ຫຼັກການ ສຳລັບເອກະສານ, ຖະແຫຼງການ 27 ສະບັບ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top