ຂ່າວສານ
ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ ສປຊ: ສືບຕໍ່ຢັ້ງຢືນອິດທິພົນ, ກຳລັງຄວາມສາມາດຂອງໂຮງໝໍກາງສະໜາມ ຫວຽດນາມ

ທ່ານພົນເຮືອເອກ ຫງວຽນຈ້ອງບິ່ງເປັນກຳລັງໃຈໃຫ້ແກ່ພະນັກງານ, ພາລະກອນ ໂຮງໝໍກາງສະໜາມຂັ້ນ 2 ເລກ 2
ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດານ (ພາບ: TTXVN)
ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນເຮືອເອກ ຫງວຽນຈ້ອງບິ່ງ ໄດ້ເຊື່ອໝັ້ນວ່າ ບັນດາພະນັກງານ, ພາລະກອນ ໂຮງໝໍກາງສະໜາມຈະປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ສືບຕໍ່ບັນລຸໄດ້ບັນດາຜົນງານຂອງກຳລັງເສນາຮັກ ເວົ້າລວມ ແລະ ໂຮງໝໍກາງສະໜາມ ຂັ້ນ ເລກ 2 ເວົ້າສະເພາະ. ຄຽງຄູ່ກັບການປະຕິບັດໜ້າທີ່ວິຊາສະເພາະ, ບັນດາພະນັກງານ, ທ່ານໝໍ, ພາລະກອນການແພດຂອງໂຮງໝໍຕ້ອງຮັບປະກັນຄວາມປອດໄພ, ປະກອບສ່ວນເຂົ້າໃນການສ້າງພາບພົດ, ທີ່ຕັ້ງບົດບາດຂອງ ກອງທັບ ຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ.
(ແຫຼ່ງຄັດຈາກ VOV)