• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດບັນດາປະເທດ ອາຊຽນ

      ບົດບາດເປັນໃຈກາງ ແລະ ລັກສະນະເຫັນດີເຫັນພ້ອມລະຫວ່າງບັນດາປະເທດ ອາຊຽນ ເຊິ່ງໄດ້ກຳນົດໃນບັນດາຫຼັກການລວມຂອງ ອາຊຽນ, ພ້ອມທັງ ສະເໜີບັນດາສະມາຊິກຢັ້ງຢືນລັກສະນະເປັນເອກະລາດຂອງ ອາຊຽນ ໃນທຸກການຕັດສິນທີ່ກ່ຽວຂ້ອງເຖິງບັນດາບັນຫາຄວາມໝັ້ນຄົງພາຍໃນກຸ່ມ.

ທ່ານພົນໂທ ຫງວຽນຈີ໊ວິ້ງ (ພາບ: TTXVN)
      ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ດ້ວຍຫົວຂໍ້ວ່າ “ຄວາມໝັ້ນຄົງແບບຍືນຍົງ” ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງພວມດຳເນີນຢູ່ ເພັດຈະບູຣີ, ປະເທດ ໄທ ໃນລະຫວ່າງວັນທີ 02 – 05 ເມສາ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.
        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືເນື້ອໃນຂໍ້ສະເໜີບັນດາຜູ້ສັງເກດການຂອງບັນດາກຸ່ມນັກຊ່ຽວຊານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+); ບັນດາຂໍ້ລິເລີ່ມຂອງບັນດາປະເທດສະມາຊິກຄື: ບຣຸໄນ, ມຽນມາ, ອິນໂດເນເຊຍ, ຟີລິບປີນ, ໄທ ແລະ ລາວ.
        ເຂົ້າຮ່ວມ ແລະ ປະກອບສຳເຫັນໃນກອງປະຊຸມດັ່ງກ່າວ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງ ແລະ ລັກສະນະເຫັນດີເຫັນພ້ອມລະຫວ່າງບັນດາປະເທດ ອາຊຽນ ເຊິ່ງໄດ້ກຳນົດໃນບັນດາຫຼັກການລວມຂອງ ອາຊຽນ, ພ້ອມທັງ ສະເໜີບັນດາສະມາຊິກຢັ້ງຢືນລັກສະນະເປັນເອກະລາດຂອງ ອາຊຽນ ໃນທຸກການຕັດສິນທີ່ກ່ຽວຂ້ອງເຖິງບັນດາບັນຫາຄວາມໝັ້ນຄົງພາຍໃນກຸ່ມ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top