• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງໃຫ້ແກ້ໄຂສາຍເຫດຂອງການໃຊ້ຄວາມຮຸນແຮງຢູ່ Darfur, ຊູດັງ ໃຫ້ຂາດຂັ້ນ

      ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າຢູ່ ຊູດັງ ໃນໄລຍະຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ລັດຖະບານປ່ຽນຜ່ານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບຢ່າງຄົບຖ້ວນ. 
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)
        ຕອນບ່າຍວັນທີ 14 ເມສາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ຈັດຕັ້ງການປຶກສາຫາລືບໍ່ເປັນທາງການ (IID) ຕາມຮູບການທາງອອນລາຍກ່ຽວກັບສະພາບການຢູ່ Darfur, ຊູດັງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າຢູ່ ຊູດັງ ໃນໄລຍະຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ລັດຖະບານປ່ຽນຜ່ານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບຢ່າງຄົບຖ້ວນ. ທ່ານເອກອັກຄະລັດຖະທູດ ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ເຮັດໃຫ້ຫຼາຍຄົນເສຍຊີວິດ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍ ແລະ ປາດຖະໜາວ່າ ລັດຖະບານ ຊູດັງ ເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບປະກັນບົດບາດແຖວໜ້າຂອງການປົກປ້ອງສາມັນຊົນ ກໍຄື ຊຸກຍູ້ການແກ້ໄຂສາຍເຫດຂອງສະພາບການໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມ ຢູ່ Darfur ໃຫ້ຂາດຂັ້ນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top