• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັດແຄບຊ່ອງຫວ່າງກັບ ອິນໂດເນເຊຍ, ສິງກະໂປໃນຂົງເຂດ start-up

      ວັນທີ 3 ກັນຍາ, ໜັງສືພິມ Nikkei Asia Review ໄດ້ລົງພິມບົດຂຽນຂອງນັກຂຽນ Kentaro Iwamoto ກ່ຽວກັບການພັດທະນາຂອງຂະບວນການ start-up ຢູ່ຫວຽດນາມ.
       ດ້ວຍຫົວຂໍ້ “ບັນດາ start-up ຂອງຫວຽດນາມ ໄດ້ຮັດແຄບຊ່ອງຫວ່າງກັບ ອິນໂດເນເຊຍ ແລະ ສິງກະໂປ ດ້ວຍແຫຼ່ງທຶນໃໝ່”, ບົດຂຽນດັ່ງກ່າວ ຢັ້ງຢືນວ່າ ການເຄື່ອນໄຫວ start-up ຢູ່ຫວຽດນາມ ພວມເຕີບໂຕຢ່າງໄວວາ ໂດຍບໍ່ຫົວຊາຕໍ່ການຊັກຊ້າຂອງພື້ນຖານເສດຖະກິດໂລກ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ເພື່ອສ້າງສະພາບແວດລ້ອມ start-up ໃຫ້ແກ່ຕົນເອງ ໄດ້ຢືນຢູ່ແຖວໜ້້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບົດຂຽນດັ່ງກ່າວ ກໍໄດ້ສ່ອງແສງເຖິງ ສະພາບຕົວຈິງຂອງການລົງທຶນເຂົ້າບັນດາວິສາຫະກິດ start-up ຢູ່ ຫວຽດນາມ ແມ່ນເລີ່ມເພີ່ມຂຶ້ນນັບແຕ່ປີ 2018, ໃນນັ້ນ ບັນດາຂົງເຂດຂາຍຍ່ອຍຜ່ານເຄືອຂ່າຍອິນເຕີເນັດ, ການຊໍາລະ ແລະ ການສຶກສາ ດຶງດູດໄດ້ແຫຼ່ງທຶນກ້ອນໃຫຍ່. ບົດຂຽນກໍໄດ້ຢັ້ງຢືນວ່າ ຫວຽດນາມ ມີແຫຼ່ງກໍາລັງແຮງງານໄດ້ຮັບການບໍາລຸງສ້າງເປັນຢ່າງດີ. ລະອຽດ, ບັນດານັກຮຽນຫວຽດນາມ ຢືນອັນດັບທີ 8 ໃນໂລກ ໃນບັນດາບົດກວດກາກ່ຽວກັບວິທະຍາສາດສາກົນ PISA, ເຊິ່ງສູງກວ່າອັນດັບຂອງ ຮົ່ງກົງ (ຈີນ) ແລະ ສ.ເກົາຫຼີ. ພ້ອມກັບຄ່າແຮງງານຕໍ່າພໍສົມຄວນ, ນັບແຕ່ດົນນານມາແລ້ວ ຫວຽດນາມ ແມ່ນສູນຜະລິດຊອັບແວຢູ່ ອາຊີ ແລະ ເປັນບ່ອນກໍາເນີດຫຼາຍບໍລິສັດເຕັກໂນໂລຢີໃຫຍ່ຄື FPT. ນອກຈາກນັ້ນ, ກໍໄດ້ເຕື້ອງເຖິງການປະກອບສ່ວນຂອງບັນດານັກທຸລະກິດທີ່ໄດ້ຮໍ່າຮຽນຢູ່ຕ່າງປະເທດໃນການຊ່ວຍກໍານົດທິດເຂດ start-up ຢູ່ຫວຽດນາມ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top