• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ອາດຈະບືນຕົວຂຶ້ນກາຍເປັນປະເທດເສດຖະກິດພັດທະນາ

      ສົງຄາມການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກແມ່ນ ອາເມລິກາ ແລະ ຈີນ ທີ່ແກ່ຍາວໃນຕະຫລອດ 8 ເດືອນຜ່ານມາ, ພວມນຳມາເຊິ່ງກາລະໂອກາດຫລາຍຢ່າງໃຫ້ ຫວຽດນາມ ບືນຕົວຂຶ້ນກາຍເປັນພື້ນຖານເສດຖະກິດພັດທະນາ. 

(ພາບປະກອບ/TTXVN) 
      ນີ້ແມ່ນເນື້ອໃນບົດຂຽນຂອງ Bennett Murray ໄດ້ຄັດສະເໜີຜ່ານເວັບໄຊ Foreign Policy ຫວ່າງແລ້ວນີ້. ບົດຂຽນໄດ້ເຕື້ອງເຖິງບັນດາການຄາດຄະເນກ່ຽວກັບແງ່ຫວັງການພັດທະນາຕັ້ງໜ້າຂອງເສດຖະກິດ ຫວຽດນາມ, ຕາມນັ້ນແລ້ວ, ເສດຖະກິດ ຫວຽດນາມ ອາດຈະສືບຕໍ່ພັດທະນາຢ່າງແຮງ. ບົດຂຽນກໍ່ເຕື້ອງເຖິງບັນດາສິ່ງທ້າທາຍຂອງ ຫວຽດນາມ ໃນສະພາບການນັ້ນ, ຄືລະບົບພາສີອາກອນຮຽກຮ້ອງຕ້ອງການປັບປຸງ, ໃນຂະນະນັ້ນ ພື້ນຖານໂຄງລ່າງຢູ່ ຫວຽດນາມ ຍັງຈຳກັດຢູ່…
        ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ຫວຽດນາມ ອາດຈະຮັກສາ ແລະ ສືບຕໍ່ກ້າວຂຶ້ນຄືປັດຈຸບັນ ເພື່ອບືນຕົວຂຶ້ນກາຍເປັນປະເທດເສດຖະກິດພັດທະນາ …ນອກນັ້ນ, ບັນດານັກລົງທຶນຕ່າງປະເທດ ຄວນເພີ່ມທະວີການຄົ້ນຄວ້າ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດອາຊີຕາເວັນອອກສ່ຽງໃຕ້ນີ້. 
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top