• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດເຕັກໂນໂລຢີສູງຂອງ ຍີ່ປຸ່ນ ເຂົ້າມາລົງທຶນ

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
​ຕ້ອນ​ຮັບທ່ານ Tsutomo Takebe
      ຕອນ​ບ່າຍ​ວັນ​ທີ 16/03, ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນ​ຮັບທ່ານ Tsutomo Takebe ທີ່​ປຶກສາ​ພິ​ເສດ​ສຳພັນ​ທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ແລະ ທ່ານ Shigenobu Nagamori, ປະທານ​ກຸ່ມ​ບໍລິສັດ Nidec, ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນ​ຮັບ, ທ່​ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ລັດຖະບານ ຫວຽດນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ດຳ​ເນີນ​ທຸລະ​ກິດ ຢູ່ ຫວຽດນາມ ​ໃນ​ນັ້ນ​ ມີ Nidec. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ລັດຖະບານ ຫວຽດນາມ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະນາ​ຂະ​ແໜງອຸດສາຫະກຳ​ໜູນ​ຊ່ວຍ, ດັ່ງ​ນັ້ນ ຈະ​ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ໃນ​ຂົງ​ເຂດ​ນີ້. ຫວຽດນາມ ມີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ຕໍ່​ອິດ​ທິພົນ​ຊື່​ສຽງ​ຂອງບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ທີ່ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ກ່ຽວ​ກັບ​ໂຄງການ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ, ທ່ານ​ນາ​ຍົກ​ລັດຖະມົນຕີ​ຊົມ​ເຊີຍ ​ແລະ ຖື​ວ່າ: ​ເລື່ອງ​ປະກາດ​​ໃຊ້​ກົດ​ລະບຽບ​ຂອງ​​ໂຮງຮຽນ​ແມ່ນ​ສິ່ງ​ຈຳ​ເປັນ​ທີ່​ສຸດ. ລັດຖະບານ ຫວຽດນາມ ສະໜັບສະໜູນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ໃຫ​້​ໂຮງຮຽນ​ເຄື່ອນ​ໄຫວ​ຢ່າງ​ສະ​ດວກ. ທ່ານ​ນາຍົກລັດຖະມົນຕີ​ເຊື່ອ​ໝັ້ນ​ວ່າ ​ມະຫາ​ວິ​ທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ມະ​ຫາ​ວິທະຍາ​ໄລ​ທີ່​ມີ​ອິດ​ທິພົນ​ຊື່ສຽງ​ທີ່​ສຸດ​ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top