• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງມີສະຖຽນລະພາບ, ປອດໄພໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ

      ຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານນາງ Anna Kaisa Ikonen, ເຈົ້າຄອງນະຄອນ Tempere, ນະຄອນໃຫຍ່ອັນດັບທີ 2 ຂອງ ແຟງລັງ ພ້ອມດ້ວຍບັນດາວິສາຫະກິດໃນນະຄອນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານນາງ Anna Kaisa Ikonen, ເຈົ້າຄອງນະຄອນ Tempere (ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ທ່ານນາງ  Anna Kaisa Ikonen ຈົ່ງຊຸກຍູ້, ສົ່ງເສີມບັນດາວິສາຫະກິດຂະໜາດໃຫຍ່ໃນນະຄອນ ເພີ່ມທະວີການຮ່ວມມື, ລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ນະຄອນມີຄວາມບົ່ມຊ້ອນ, ຍາດແຍ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ ເຊິ່ງສັນຍາ EVFTA ນຳມາໃຫ້. ພ້ອມທັງມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ແຟງລັງ ໃນບັນດາຂົງເຂດທີ່ມີຄວາມບົ່ມຊ້ອນຄື ເຕັກໂນໂລຢີສູງ, ໂທລະຄົມມະນາຄົມ, ພະລັງງານຜະລິດຄືນໃໝ່, ສິ່ງແວດລ້ອມ, ບຳບັດນ້ຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການສ້າງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະ.
            ເມື່ອແລກປ່ຽນກັບບັນດາວິສາຫະກິດຢູ່ Tempere, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມສົນໃຈຕໍ່ການຊຸກຍູ້ການພັດທະນາລະບົບນິເວດ startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍມີບັນດາກົນໄກ, ນະໂຍບາຍ ເພື່ອດຶງດູດແຫຼ່ງກຳລັງຕ່າງໆຈາກປະຊາຄົມວິສາຫະກິດພາຍໃນ, ສົ່ງເສີມບັນດາວິສາຫະກິດຕ່າງປະເທດເຂົ້າຮ່ວມອີກດ້ວຍ. ຫວຽດນາມ ພວມສືບຕໍ່ສ້າງກອບນິຕິກຳໃຫ້ສົມບູນແບບ ເພື່ອເອື້ອອຳນວນຄວາມສະດວກ, ສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງມີສະຖຽນລະພາບ, ປອດໄພໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດຕ່າງປະເທດ ໃນນັ້ນມີບັນດາວິສາຫະກິດຂອງແຟງລັງ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ຢ່າງມີສະຖຽນລະພາບ.
   ໃນວັນດຽວກັນ, ຢູ່ນະຄອນຫຼວງ Helsinki, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ Sienmens Energy AG, ເຊິ່ງເປັນບໍລິສັດແຖວໜ້າໃນການຜະລິດພະລັງງານໄຟຟ້າໃນໂລກ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top