• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ສາທາລະນະລັດເກົາຫຼີເພີ່ມທະວີສົມທົບກັນໃນຂົງເຂດຄວາມປອດໄພສຸຂະອະນາໄມແຮງງານ

      ວັນທີ 5/5, ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄະ-ສັງຄົມ ແລະ ສະຫະສະມາຄົມຄວາມປອດໄພອຸດສາຫະກຳສາທາລະນະລັດເກົາຫຼີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນຂົງເຂດຄວາມປອດໄພສຸຂະອະນາໄມແຮງງານ. 

ພາບປະກອບ
      ເລື່ອງລົງນາມໃນຂໍ້ຕົກລົງນີ້ ເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດເກົາຫຼີ, ຊຸກຍູ້ການສ້າງວັດທະນະທຳຄວາມປອດໄພຢູ່ບ່ອນເຮັດວຽກ ຜ່ານການປ້ອງກັນບໍ່ໃຫ້ເກີດອຸປະຕິເຫດແຮງງານ, ພະຍາດອາຊີບ. ຂໍ້ຕົກລົງ, ເພື່ອແນໃສ່ຊຸກຍູ້ການພັດທະນາລວມຂອງສອງຝ່າຍ ອີງໃສ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບເຊິ່ງກັນ ແລະ ກັນ ຜ່ານການນຳໃຊ້ບັນດາຄວາມສາມາດ, ແຫຼ່ງກຳລັງຂອງບັນດາຝ່າຍ ເພື່ອຮ່ວມມືໃນຂົງເຂດຄວາມປອດໄພສຸຂະອະນາໄມແຮງງານ. ຕາມນັ້ນແລ້ວ, ສາທາລະນະລັດເກົາຫຼີ ບໍ່ພຽງແຕ່ໜູນຊ່ວຍຫວຽດນາມ ສ້າງກົດໝາຍ, ນະໂຍບາຍເທົ່ານັ້ນ ຫາກຍັງໜູນຊ່ວຍຫວຽດນາມບັນດາໂຄງການ ເພື່ອຍົກສູງກຳລັງຄວາມສາມາດ, ຜັນຂະຫຍາຍກົດໝາຍວ່າດ້ວຍຄວາມປອດໄພສຸຂະອະນາໄມແຮງງານຢ່າງມີປະສິດທິຜົນອີກດ້ວຍ. ສອງຝ່າຍໃຫ້ຄຳໝັ້ນສັນຍາຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດ ໃນສະພາບການພົວພັນການຮ່ວມມືລະຫວ່າງສອງປະເທດ, ສອງອົງການ.
(ແຫຼ່ງຄັດຈາກ VOV)

ສ​ປ​ປ.ເກົາຫຼີ ຝຶກຊ້ອມ​ນຳໃຊ້ອາວຸດຍຸດ​ທະ​ສາດ, ຍິ່ງ​ລູກ​ສອນ​ໄຟ​ລະ​ດັບ​ກາງ

ສ​ປ​ປ.ເກົາຫຼີ ຝຶກຊ້ອມ​ນຳໃຊ້ອາວຸດຍຸດ​ທະ​ສາດ, ຍິ່ງ​ລູກ​ສອນ​ໄຟ​ລະ​ດັບ​ກາງ

ນ​ຂອ​ບ​ເຂດ​ການ​ຝືກ​ຊ້ອມ​ໄດ້​ນຳ​ໃຊ້​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ລະ​ດັບ​ກາງ.

Top