• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພວມມານະພະຍາຍາມເພື່ອໃຫ້ EU ຖອນບັດເຫຼືອງສຳລັບສິນໃນນ້ຳ

      ມາຮອດປະຈຸບັນ, ກໍ່ບັນລຸໄດ້ບາງໝາກຜົນໃນເບື້ອງຕົ້ນແລ້ວ. ເດືອນພຶດສະພາປີ 2018, ຄະນະນັກກວດກາຂອງ EU ມາກວດກາ, ສຳຫຼວດຢູ່ບາງທ້ອງຖິ່ນ

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລກວກແຢງ
(ພາບ: Nongnghiep.vn)
      ທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 1 ຕຸລາ, ພາຍຫຼັງກອງປະຊຸມປະຈຳເດືອນກັນຍາຂອງລັດຖະບານ, ທ່ານ ເລກວກແຢງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: ກະຊວງ ໄດ້ ແລະ ພວມຕັ້ງໜ້າສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດຫຼາຍມາດຕະການເພື່ອໃຫ້ສະຫະພາບເອີລົບ (EU) ຖອນບັດເຫຼືອງສຳລັບສິນໃນນ້ຳ ຫວຽດນາມ. ມາຮອດປະຈຸບັນ, ກໍ່ບັນລຸໄດ້ບາງໝາກຜົນໃນເບື້ອງຕົ້ນແລ້ວ. ເດືອນພຶດສະພາປີ 2018, ຄະນະນັກກວດກາຂອງ EU ມາກວດກາ, ສຳຫຼວດຢູ່ບາງທ້ອງຖິ່ນ ແລະ ຮັບຮູ້ໃນຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ມາດຕະການຂ້ຽວຂາດຂອງ ຫວຽດນາມໃນການແກ້ໄຂເພື່ອໃຫ້ EU ຖອນບັດເຫຼືອງໂດຍໄວ. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງມີບາງບັນຫາທີ່ ຫວຽດນາມ ສືບຕໍ່ຍູ້ແຮງເພື່ອແກ້ໄຂ. ທ່ານຮອງລັດຖະມົນຕີ ເລກວກແຢງ ໃຫ້ຮູ້ວ່າ:
        ສ້າງກອບກົດໝາຍໃຫ້ສົມບູນແບບ; ຄວບຄຸມກ່ຳປັ່ນດ້ວຍການຕິດຕັ້ງບັນດາອຸປະກອນ; ຮັບປະກັນການປະຕິບັດກົດໝາຍ, ບໍ່ໃຫ້ເກີດສະພາບກ່ຳປັ່ນຫາປາຢູ່ເຂດທະເລບໍ່ຂຶ້ນກັບອະທິປະໄຕ; ຮັບປະກັນການກວດກາຕົ້ນກຳເນີດຂອງສິນໃນນ້ຳໃຫ້ຖືກຕາມກົດໝາຍເມື່ອສົ່ງອອກ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຈັດກອງປະຊຸມໂດຍກົງທາງອິນເຕີເນັດ ແລະ ມີແຈ້ງການກ່ຽວກັບບັນດາມາດຕະການປະຕິບັດຄົບຊຸດ. ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ປະກາດໃຊ້ຈົດໝາຍທາງການຊີ້ນຳບັນດາມາດຕະການຮີບດ່ວນ ແລະ ໜ້າທີ່ຈຸດສຸມເພື່ອມຸ່ງໄປເຖິງການຍົກເລີກບັດເຫຼືອງ.
        ຕາມແຜນການແລ້ວ, ທ້າຍເດືອນຕຸລາ, ຄະນະສະມາຊິກລັດຖະສະພາ EU ຈະມາ ຫວຽດນາມ ເພື່ອຕີລາຄາການປະຕິບັດບັນດາຂໍ້ສະເໜີແນະເຊິ່ງ EU ຍົກອອກມາໃນການຈັບຫາສິນໃນນ້ຳ.
 (ແຫຼ່ງຄັດຈາກ VOV)
 
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top