• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປາດຖະໜາວ່າບັນດາປະເທດເຂດອ່າວຈັດການພົບປະເຈລະຈາໂດຍໄວ

      ວັນທີ 09 ມິຖຸນາ 2017, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີ ໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບສະພາບຄວາມເຄັ່ງຕຶງທາງການທູດລະຫວ່າງ ກາຕາ ແລະ ບາງປະເທດເຂດອ່າວ,
ຫວຽດນາມ ປາດຖະໜາວ່າບັນດາປະເທດເຂດອ່າວຈັດການພົບປະເຈລະຈາໂດຍໄວ - ảnh 1
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
      ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ  “ຫວຽດນາມ ມີການພົວພັນຮ່ວມມືອັນດີງາມກັບບັນດາປະເທດຕາເວັນອອກກາງເວົ້າລວມ, ບັນດາປະເທດສະພາຮ່ວມມືເຂດອ່າວ (GCC) ເວົ້າສະເພາະ. ຫວຽດນາມ ປາດຖະໜາວ່າບັນດາປະເທດ ຈັດການພົບປະເຈລະຈາໂດຍໄວ ແນໃສ່ຊອກຫາບັນດາມາດຕະການແກ້ໄຂ ເພື່ອຮັບປະກັນຜົນປະໂຫຍດຂອງບັນດາຝ່ານທີ່ກ່ຽວຂ້ອງ, ເພື່ອຜົນປະໂຫຍດຂອງປະຊາຊົນປະເທດຕ່າງໆ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບຂອງພາກພື້ນ”.
 ກ່ຽວຂ້ອງເຖິງບັນດາເຫດບຸກໂຈມຕີຢູ່ ອີຣານ, ວັນທີ 09/6/2017, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ ການບຸກໂຈມຕີກໍ່ການຮ້າຍຢູ່ ອີຣານ ເມື່ອວັນທີ 07/06/2017 ນັ້ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:
     ”ຫວຽດນາມ ກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີກໍ່ການຮ້າຍທີ່ເລັ່ງໃສ່ສາມັນຊົນ ອີຣານ ຫວ່າງແລ້ວນີ້. ແລະ ການກະທຳກໍ່ການຮ້າຍທັງໝົດດ້ວຍທຸກຮູບການລ້ວນແຕ່ຕ້ອງຖືກລົງໂທດຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top