• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ບໍ່ປະກົດຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕືມອີກໃນຮອບເວລາ 48 ຊົ່ວໂມງທີ່ຜ່ານມາ

      ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ: ໄລ່ຮອດເວລາ 6 ໂມງ ຂອງວັນທີ 18 ເມສາ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ ຫວຽດນາມຍັງແມ່ນ 268 ຄົນຄືເກົ່າ.

(ພາບປະກອບ:TTXVN) 
      ດັ່ງນັ້ນ, ນີ້ແມ່ນຄັ້ງທຳອິດເຊິ່ງນັບແຕ່ວັນທີ 7 ມີນາ(ວັນທີກວດພົບຜູ້ຕິດເຊື້ອພະຍາດ Covid – 19ຄືນ ທີ 17) ມາຮອດປັດຈຸບັນ, ຫວຽດນາມບໍ່ປະກົດມີຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕື່ມອີກໃນຮອບເວລາ 48 ໂມງລຽນຕິດ.
            ວັນທີ 18 ເມສາ, ມີຜູ້ຕິດເຊື້ອພະຍາດ Covid – 19ຕື່ມອີກ 3 ຄົນໄດ້ປະກາດປິ່ນປົວ ຫາຍດີເປັນປົກກະຕິ, ໃນນັ້ນມີ ຊາວອັງກິດ 1 ຄົນ ແລະ ຊາວບຣາຊິນ 2 ຄົນ. ກ່ອນໜ້ານັ້ນ, ໃນວັນທີ 17 ເມສາ, ມີ ຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 21 ຄົນໄດ້ຮັບການປະກາດປິ່ນປົວຫາຍດີເປັນປົກກະຕິ. ດັ່ງນັ້ນ ໄລ່ມາຮອດປັດຈຸບັນ, ຢູ່ ຫວຽດນາມ ມີຍອດຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ201ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກປະຕິແລ້ວ. ສ່ວນຄົນເຈັບທີ່ຍັງເຫຼືອ 67 ຄົນ ພວມໄດ້ຮັບການ ປິ່ນປົວຢູ່ໂຮງໝໍຕ່າງໆ
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top