• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ບັນລຸຜົນງານສູງທີ່ການສອບເສັງ ດາລາສາດ ແລະ ຟີຊິກດາລາສາດສາກົນ

ນັກຮຽນ 8 ຄົນ ເຂົ້າຮ່ວມການສອບເສັງ ລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນ ຍາດໄດ້ຫຼຽນຄໍາ 01 ຫຼຽນ, ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 3 ຫຼຽນ ແລະ ລາງວັນຊົມເຊີຍ 01 ລາງວັນ.

ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງດາລາສາດ ແລະ ຟີຊິກດາລາສາດສາກົນ (IOAA) ຄັ້ງທີ 13 ທີ່ຮຸງກາຣີ (ພາບ: sggp.org.vn)

ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງດາລາສາດ ແລະ ຟີຊິກດາລາສາດສາກົນ (IOAA) ຄັ້ງທີ 13 ທີ່ຮຸງກາຣີ ຍາດໄດ້ຜົນງານເປັນໜ້າຊື່ນຊົມ. ນັກຮຽນ 8 ຄົນ ເຂົ້າຮ່ວມການສອບເສັງ ລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນ ຍາດໄດ້ຫຼຽນຄໍາ 01 ຫຼຽນ, ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 3 ຫຼຽນ ແລະ ລາງວັນຊົມເຊີຍ 01 ລາງວັນ. ນັກຮຽນ 8 ຄົນທີ່ເຂົ້າຮ່ວມການສອບເສັງນັ້ນ ລ້ວນແຕ່ເປັນນັກຮຽນທີ່ມາຈາກໂຮງຮຽນ Amsterdam ແລະ ໃນນັ້ນມີນ້ອງ ຫງວຽນແມ້ງກວນ ເຊິ່ງເປັນນັກຮຽນບັນລຸຄະແນນເຕັມ ແລະ ໄດ້ຮັບລາງວັນຜູ້ເຂົ້າຮ່ວມບັນລຸຄະແນນສູງສຸດ (Absolute Winner). ການສອບເສັງ ດາລາສາດ ແລະ ຟີຊິກດາລາສາດສາກົນ (IOAA) ຄັ້ງທີ 13 ຖືກດໍາເນີນໃນລະຫວ່າງວັນທີ 2 – 10 ສິງຫາ ຢູ່ ຮຸງກາຣີ, ເຊິ່ງດຶງດູດການເຂົ້າຮ່ວມຂອງນັກຮຽນມາຈາກ 42 ປະເທດ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top