• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຕ້ອນຮັບບັນດານັກລົງທຶນ ການາດາ

ໃນສະພາບການລົງທຶນ ດຳເນີນທຸລະກິດສະດວກເມື່ອຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ຈະມີກະແສລົງທຶນໃໝ່ຂອງ ການາດາ

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການໂອ້ລົມສົນທະນາ ວິສາຫະກິດ ຫວຽດນາມ - ການາດາ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ການຢ້ຽມຢາມ ການາດາ, ຕອນບ່າຍວັນທີ 8 ມິຖຸນາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Quebec, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວນຊວນຟຸກ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ການາດາ. ກ່າວຄຳເຫັນຕໍ່ນັກລົງທຶນ 2 ປະເທດເປັນຈຳນວນຫຼວງຫຼາຍ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນສະພາບການລົງທຶນ ດຳເນີນທຸລະກິດສະດວກເມື່ອຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ຈະມີກະແສລົງທຶນໃໝ່ຂອງ ການາດາ, ຂອງ Quebec ເຂົ້າ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ:

        “ຫວຽດນາມ ກຳນົດວ່າ ການາດາ ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ທະວີບ ອາເມລິກາ, ແລະ ພື້ນຖານເສດຖະກິດ 2 ປະເທດມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ມີລັກສະນະໜູນຊ່ວຍໃຫ້ກັນສູງກ່ວາລັກສະນະແກ່ງແຍ້ງ. ພິເສດ, ຫວຽດນາມ ມີພື້ນຖານກະສິກຳເຂດຮ້ອນອຸດົມສົມບູນ, ສາມາດສະໜອງບັນດາຜະລິດຕະພັນສະອາດ, ແປກປະຫຼາດ,, ມີທາດບຳລຸງສູງ, ຮັບປະກັນຫຼັກອະນາໄມດ້ານສະບຽງອາຫານໃນການສົ່ງອອກ ກໍ່ຄືຜະລິດຕະພັນອຸດສາຫະກຳ ອື່ນໆອີກ.”

        ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕອບຄຳຖາມໂດຍກົງຂອງບັນດານັກລົງທຶນ ການາດາ ຫຼາຍຄຳຖາມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ເງິນລົງທຶນໂດຍກົງຈາກຕ່າງປະເທດມີຄວາມສຳຄັນກັບ ຫວຽດນາມ, ດັ່ງນັ້ນ, ຫວຽດນາມ ຍາມໃດກໍ່ຖືບັນດານັກລົງທຶນຕ່າງປະເທດເປັນສຳຄັນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງນັກລົງທຶນ. ທ່ານ Vincent Joli – Coeur, ຮອງປະທານທະນາຄານແຫ່ງຊາດ ການາດາ, ຕີລາຄາສູງບັນດາການປະຕິຮູບ, ການປ່ຽນແປງໃໝ່ຂອງ ຫວຽດນາມ ໃນກ່ວາ 30 ປີຜ່ານມາ, ພ້ອມທັງໃຫ້ຂໍ້ສັງເກດປະເອີບໃຈກ່ຽວກັບກາລະໂອກາດລົງທຶນຢູ່ ຫວຽດນາມ:

        “ໃນຈຳນວນບັນດາປະເທດເຊິ່ງທະນາຄານແຫ່ງຊາດ ການາດາ ມີໜ້າຢູ່ນັ້ນ, ຫວຽດນາມ ຢືນອັນດັບທີໜຶ່ງກ່ຽວກັບການເປີດອົກເປີດໃຈຕໍ່ນັກລົງທຶນຕ່າງປະເທດ. ຫວຽດນາມ ກໍ່ປັບປຸງສຳເລັດບັນດາມາດຖານ ບໍ່ພຽງແຕ່ກ່ຽວກັບດ້ານພື້ນຖານໂຄງລ່າງເທົ່ານັ້ນ ຫາກຍັງແມ່ນຈັນຍາບັນໃນການດຳເນີນທຸລະກິດອີກດ້ວຍ. ແຕ່ລະເທື່ອເມື່ອໄດ້ໄປຢ້ຽມຢາມ ຫວຽດນາມ, ຂ້າພະເຈົ້າລ້ວນແຕ່ຮັບຮູ້ໄດ້ຄຸນນະພາບດ້ານພື້ນຖານໂຄງລ່າງແມ່ນດີກ່ວາ.”

        ກ່ອນໜ້ານັ້ນ, ໃນຕອນທ່ຽງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານ Julie Payette, ຜູ້ມີອຳນາດເຕັມແຫ່ງ ການາດາ. ຫຼັງຈາກນັ້ນ ໄດ້ຕ້ອນຮັບທ່ານ Phillippe Couilard, ຜູ້ວ່າການລັດ Quebec (ການາດາ) …

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top