ຕອນເຊົ້າວັນທີ 19 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານນາງ Meirav Eilon Shahar ເອກອັກຄະລັດຖະທູດ ອິດສະລາແອັນ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາງ Meirav Eilon Shahar
ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ. ທ່ານປະທານປະເທດ ປາດຖະໜາວ່າ ໃນຕຳແໜ່ງວຽກງານໃໝ່ ທ່ານນາງ Meirav Eilon Shahar ສືບຕໍ່ແມ່ນຂົວຕໍ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ອິດສະລາແອັນ. ທ່ານປະທານປະເທດປາດຖະໜາວ່າ ບັນດາຄຳໝັ້ນສັນຍາຂອງການນຳຂັ້ນສູງ 2 ປະເທດທີ່ຍົກອອກມາ ພາຍຫລັງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Reuven Ruvi Rivlin ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນນຳການຮ່ວມມື ຫວຽດນາມ - ອິດສະລາແອັນ ເຂົ້າສູ່ລວງເລິກ, ແທດຈິງ. ທ່ານປະທານປະເທດເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫລາຍດ້ານກັບ ອິດສະລາແອັນ.
ສ່ວນທ່ານນາງເອກອັກຄະລັດຖະທູດ Meirav Eilon Shahar ຢືນຢັນວ່າ ພາຍຫລັງກັບຄືນປະເທດ, ທ່ານນາງຈະສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອິດສະລາແອັນ ແລະ ຫວຽດນາມ.
ສ່ວນທ່ານນາງເອກອັກຄະລັດຖະທູດ Meirav Eilon Shahar ຢືນຢັນວ່າ ພາຍຫລັງກັບຄືນປະເທດ, ທ່ານນາງຈະສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອິດສະລາແອັນ ແລະ ຫວຽດນາມ.
(ແຫຼ່ງຄັດຈາກ VOV)