• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະສືບຕໍ່ຊອກຫາບັນດາແຫລ່ງວັກຊີນເພື່ອຫັນແຫລ່ງສະຫນອງເປັນຫລາຍຮູບແບບ

ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຍຸດທະສາດແບ່ງປັນວັກຊິນກັນພະຍາດໂຄວິດ - 19 ຈຳນວນ 500 ລ້ານໂດສຂອງ ອາເມລິກາ ໃຫ້ແກ່ທົ່ວໂລກ, ໃນນັ້ນ ມີ ຫວຽດນາມ. 
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ   (ພາບ:baoquocte.vn) 

ຕອນບ່າຍວັນທີ 10 ມິຖຸນາ, ກະຊວງການຕ່າງປະເທດຫວຽດນາມໄດ້ຈັດການຖະແຫລງຂ່າວນັດສາມັນເດືອນ ມິຖຸນາ ຕາມຮູບການອອນລາຍ ເພື່ອແຈ້ງບັນດາບັນຫາການຕ່າງປະເທດທີ່ເປັນຫນ້າສົນໃຈ ພິເສດແມ່ນບັນຫາຄວາມໝັ້ນຄົງ ອະທິປະໄຕທະເລໝູ່ເກາະກໍ່ຄືບັນດານະໂຍບາຍຂອງຫວຽດນາມ ເພື່ອຮັບມືກັບສະພາບໂລກລະບາດປະຈຸບັນ.

ຕໍ່ຫນ້າມີຂ່າວຄາວທີ່ວ່າ ກຳປັ່ນຕຳຫລວດທະເລຂອງຈີນ ປະກົດອອກຢູ່ເຂດມໍ່ກັບ ເກາະ ຈີໂຕນ ຂຶ້ນກັບໝູ່ເກາະ ຮ່ວາງຊາຂອງຫວຽດນາມ ຊື່ງຈີນ ພວມຢຶດຄອງຢ່າງຜິດກົດໝາຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ      ຢືນຢັນວ່າ:

 “ບັນດາອົງການກ່ຽວຂ້ອງຂອງຫວຽດນາມຍາມໃດກໍ່ຕິດຕາມທຸກການເຄື່ອນໄຫວຢູ່ໝູ່ເກາະ ຮ່ວາງຊາ ແລະເຈື່ອງຊາ ກໍ່ຄື ບັນດາເຂດທະເລຂອງຫວຽດນາມ ຢູ່ ທະເລຕາເວັນອອກ. ໂດຍແມ່ນສະມາຊິກຂອງ UNCLOS 1982, ຫວຽດນາມ ມີອະທິປະໄຕ, ອຳນາດອະທິປະໄຕ ແລະອຳນາດສານສຳລັບບັນດາເຂດທະເລກ່ຽວຂ້ອງເຖິງ ທະເລຕາເວັນອອກ ໂດຍໄດ້ກຳນົດວ່າແມ່ນສອດຄ່ອງກັບສົນທິສັນຍາ. ຫວຽດນາມມີພະຍານຫລັກຖານດ້ານນິຕິກຳຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຕົນ ຢູ່ສອງໝູ່ເກາະ ເຈື່ອງຊາ ແລະຮ່ວາງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ”.

ແລະ ກ່ຽວຂ້ອງເຖິງບັນຫາອະທິປະໄຕເຂດທະເລໝູ່ເກາະ, ກ່ອນການຢ້ຽມຢາມ ຂອງທ່ານເສນາທິການໃຫຍ່ ຟີລີບປີນ ເຖິງເກາະ ທີຕື ຂຶ້ື້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມ  ຊື່ງ ຟີລີບປິນ ພວມຢຶດຄອງຢ່າງຜິດກົດໝາຍ, ທ່ານນາງເລທິທູຮັ່ງ ຊີ້ແຈ້ງວ່າ:

“ຫວຽດນາມຄັດຄ້ານທຸກການກະທຳລ່ວງລ້ຳອະທິປະໄຕ ແລະບັນດາສິດກ່ຽວຂ້ອງຂອງຫວຽດນາມສຳລັບໝູ່ເກາະ ຮ່ວາງຊາ. ຫວຽດນາມຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຕ້ອງເຄົາລົບອະທິປະໄຕຂອງຫວຽດນາມ, ເຄົາລົບກົດໝາຍສາກົນ, DOC ບໍ່ໄດ້ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.”

ກ່ຽວຂ້ອງເຖິງຄຳຖາມຂອງນັກຂ່າວກ່ຽວກັບເລື່ອງສ້າງຕັ້ງ ກອງທຶນ ວັກຊີນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມເນັ້ນຫນັກວ່າ: ພັກ ແລະລັດ ຫວຽດນາມ ໄດ້ກຳນົດເປົ້າໝາຍສັກວັກຊີນກັນໂຄວິດ 19 ໂດຍບໍ່ເກັບຄ່າໃຫ້ແກ່ ທົ່ວປວງຊົນ. ສະນັ້ນ ກອງທຶນ ວັນຊີນ ໄດ້ສ້າງຂຶ້ນ ເພື່ອຮັບເອົາຄວາມເຫັນດີເຫັນພ້ອມ ການປະກອບສ່ວນດ້ວຍຄວາມສະໝັກໃຈຂອງບັນດາສ່ວນບຸກຄົນອົງການຈັດຕັ້ງ ຢູ່ພາຍໃນ ແລະຕ່າງປະເທດ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໃຫ້ຖອຍໄປ.

ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຍຸດທະສາດແບ່ງປັນວັກຊິນກັນພະຍາດໂຄວິດ - 19 ຈຳນວນ 500 ລ້ານໂດສຂອງ ອາເມລິກາ ໃຫ້ແກ່ທົ່ວໂລກ, ໃນນັ້ນ ມີ ຫວຽດນາມ. ທ່ານນາງ ເລທິທູຮັ່ງ ກໍໃຫ້ຮູ້ວ່າ ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຈຳນວນ 2,6 ລ້ານໂດສ ຈາກໂຄງການ COVAX  ແລະ ຄຳໝັ້ນສັນຍາຂອງບັນດາບໍລິສັດການຢາ ກໍຄື ຄູ່ຮ່ວມມືສາກົນ ເພື່ອມີແຫຼ່ງວັກຊິນພຽງພໍ ຮັບໃຊ້ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top