• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໄດ້ເຊື່ອມຕໍ່ອາຊຽນ ກັບ ສະພາຄວາມໝັ້ນຄົງ ສປຊ ສຳເລັດຜົນ

      ຫວຽດນາມປະສົບຜົນສຳເລັດທີ່ສຸດໃນການເຊື່ອມຕໍ່ອາຊຽນກັບ ສະພາຄວາມໝັ້ນຄົງ ສປຊ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ເອກອັກຄະລັດຖະທູດ Nathalie Estival – Broadhurst, ຮອງຫົວໜ້າຄະນະຜູ້ຕາງໜ້າ ຝລັ່ງ ປະຈຳ ສປຊ, ເມື່ອຕີລາຄາກ່ຽວກັບການເຄື່ອນໄຫວຂອງ ຫວຽດນາມໃນຖານະຕຳແໜ່ງເປັນຄະນະກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ປີ 2020.

ພາບປະກອບ: TTXVN
      ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ, ທ່ານ ນາງ Estival – Broadhurst ເນັ້ນໜັກວ່າ ຫວຽດນາມ ຮັບຜິດຊອບວຽກງານຂອງຕົນໃຫ້ດີທີ່ສຸດ, ເປັນຕົ້ນແມ່ນ ໃນເດືອນເປັນປະທານໝູນວຽນ ສປຊ ເດືອນ ມັງກອນ 2020.
        ທ່ານນາງກໍ່ຢັ້ງຢືນວ່າ ປີ 2020 ແມ່ນປີທີ່ມີສິ່ງທ້າທາຍຫຼາຍທີ່ສຸດຕໍ່ສະພາຄວາມໝັ້ນຄົງ ສປຊ, ພິເສດແມ່ນກຸ່ມບັນດາປະເທດກຳມະການປະຈຳການ (ເອີ້ນຫຍໍ້ວ່າ P5) ຍ້ອນມີຫຼາຍບັນຫາຕ້ອງແກ້ໄຂໃນໂຄງການດຳເນີນງານ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສປຊຕ້ອງມີຄວາມເຫັນດີເຫັນພ້ອມຈາກສະມາຊິກທັງໝົດ.
        ກໍ່ຕາມທ່ານນາງແລ້ວ, ເມື່ອເກີດບັນດາວິກິດການຢູ່ ທະວີບອາຟຼິກກາ ແລະ ພາກພື້ນຕາເວັນອອກກາງ, ສະພາຄວາມໝັ້ນຄົງ ສປຊ ພິເສດແມ່ນກຸ່ມ P5 ໄດ້ເປັນເຈົ້າການຮັບມືເພື່ອເຮັດໃຫ້ສະພາບເປັນປົກກະຕິ, ຕໍ່ກຳນົດເວລາປະຕິບັດໜ້າຂອງ ຄະນະໜູນຊ່ວຍ ແລະ ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ເຂດທີ່ເກີດການປະທະກັນ ແລະ ສົມທົບກັບອົງການອື່ນຂອງ ສປຊ ຢ່າງທັນການ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top