• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະລາວລົງນາມໃນເອກະສານຮ່ວມມື6ສະບັບໃນປີ 2019

      ທີ່ການປະຊຸມຊ່າວພາຍຫລັງສິ້ນສຸດກອງປະຊຸມຄັ້ງທີ 41 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ, ວັນທີ 6 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ລອງລຸນ ສີສຸລິດ ເນັ້ນຫນັກວ່າ ນີ້ແມ່ນກອງປະຊຸມປະສົບຜົນສຳເລັດ ແລະ ຢືນຢັນ ໝາກຜົນຂອງ 12 ໂຄງການຮ່ວມມືໃນປີ 2018 ແລະ ລົງນາມໃນເອກະສານຮ່ວມມື 6 ສະບັບໃນປີ 2019.
      ກ່ຽວກັບການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:
            “ສອງລັດຖະບານສືບຕໍ່ມານະພະຍາຍາມສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດຫວຽດນາມ ລົງທຶນຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຕະຫລາດລາວ ແລະ ຕະຫລາດຂອງຫວຽດນາມ. ສອງປະເທດເຫັນດີສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ ບັນດາເວທີປາໄສສາກົນ. ລາວ ຖະແຫລງສະຫນັບສະຫນູນຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຈະສ້າງກຳລັງຫນູນໃຫມ່, ນຳການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ, ລາວ -ຫວຽດນາມ
            ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈ ການຫນູນຊ່ວຍອັນລ້ຳຄ່າກ່ຽວກັບຊັບພະຍາກອນມະນຸດ, ເຄື່ອງຂອງຂອງລັດຖະບານ ແລະ ບັນດາທ້ອງຖິ່ນຂອງຫວຽດນາມຕໍ່ກັບລາວຕໍ່ຄວາມເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນໃນປີຜ່ານມາ, ເປັນຕົ້ນແມ່ນຢູ່ແຂວງ ອັດຕະປື. ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຖືວ່າ:
            ໃນການພົວພັນຮ່ວມມື ສອງຝ່າຍ, ການພົວພັນດ້ານການເມືອງນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ຮັດແຫນ້ນ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຖານສະຫາຍອ້າຍນ້ອງຂອງສອງພັກ, ສອງລັດກໍຄືປະຊາຊົນສອງປະເທດ. ການຮ່ວມມືດ້ານເສດຖະກິດກໍ່ພັດທະນາ ແລະ ບັນລຸຄຸນນະພາບ. ການລົງທຶນຂອງຫວຽດນາມເຂົ້າລາວກໍ່ເພີ່ມຂຶ້ນ. ປີ 2018 ບັນລຸ 4 ຕື້ USD ຢືນອັນດັບ 3 ໃນຈຳນວນບັນດາປະເທດລົງທຶນຢູ່ລາວ. ການຮ່ວມມືດ້ານວັດທະນະທຳສັງຄົມກໍ່ມີບາດກ້າວພັດທະນາ ແລະ ເຂົ້າສູ່ລວງເລິກ, ສ້າງເງື່ອນໄຂສະດວກໃຫ້ແກ່ລຸ້ນຫນຸ່ມສອງປະເທດມີຄວາມເຂົ້າໃຈແຈ້ງກ່ຽວກັບສາຍກພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງປະຊາຊົນສອງປະເທດ. ສອງຝ່າຍໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 6 ສະບັບ ລະຫວ່າງສອງປະເທດ. ນີ້ແມ່ນພື້ນຖານໃຫ້ແກ່ການຮ່ວມມືປີ 2019 ແລະ ຊຸມປີຕໍ່ໄປ.

ພິທີລົງນາມເອກະສານ 06 ສະບັບ (ພາບ: VOV)
      ເອກະສານຮ່ວມມື 6 ສະບັບ ລະຫວ່າງຫວຽດນາມ ແລະ ລາວລວມມີ: ຂໍ້ຕົກລົງແລະແຜນການຮ່ວມມື: ຫວຽດນາມ - ລາວ ປີ 2019 ແລະ ບົດບັນທຶກກອງປະຊຸມຄັ້ງທີ 41, ຂໍ້ຕົກລົງກ່ຽວກັບແຜນການການຮ່ວມມືການສຶກສາລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາລາວ, ບົດບັນທຶກມອບສົ່ງສະຖານີກະຈາຍສຽງໂທລະພາບແຂວງ ສະຫວັນນະເຂດ, ໂຄງການມອບຮັບພະແນກພາສາຫວຽດຢູ່ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລ ຈຳປາສັກ, ຂໍ້ຕົກລົງຫນູນຊ່ວຍແນວພັນເຂົ້າຂອງລັດຖະບານຫວຽດນາມໃຫ້ແກ່ລັດຖະບານລາວ, ກະຊວງອຸດສາຫະກຳ ການຄ້າຫວຽດນາມ ມອບເອກະສານຮັບຮອງແຜນນະໂຍບາຍນຳເຂົ້າໄຟຟ້າຢູ່ກຸ່ມໂຮງງານໄຟຟ້ານ້ຳຊຳ ຂອງລາວ ໃຫ້ແກ່ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ລາວ.
 (ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top