• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະມົງໂກນເພີ່ມທະວີການຮ່ວມມືໃນທຸກຂົງເຂດ

      ໃນຂອບເຂດການຢ້ຽມຢາມມົງໂກນ ຢ່າງເປັນທາງການ ໃນລະຫວ່າງວັນທີ 07 – 10/05. ວັນທີ 08/05, ຢູ່ນະຄອນຫຼວງ Ulan Bator, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີມົງໂກນ Jargaltulgyn Erdenebat; ພົບປະເຈລະຈາກັບທ່ານປະທານາທິບໍດີມົນໂກນ Tsakhiagiin Elbegdorj ແລະ ທ່ານປະທານສະພາແຫ່ງຊາດມົນໂກນ Miyegombo Enkhbold.

(ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ
ແລະ ທ່ານນາຍົກລັດຖະມົນຕີມົງໂກນ Jargaltulgyn Erdenebat)
      ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ແລະ ທ່ານນາຍົກລັດຖະມົນຕີມົງໂກນ Jargaltulgyn Erdenebat ໄດ້ແລກປ່ຽນບັນດາມາດຕະການເພື່ອປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ມົງໂກນ. 2 ຝ່າຍໄດ້ເປັນເອກະພາບນຳກັນເລື່ອງຮັກສາບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ ກໍຄືທຸກຂັ້ນ, ທຸກຂະແໜງການຂອງ 2 ປະເທດ, ພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ. ສິ້ນສຸດການເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດປະຊາກອນ, ການໜູນຊ່ວຍຊີວິດສັງຄົມລະຫວ່າງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລະ ກະຊວງແຮງງານ ແລະ ອຸປະກາລະສັງຄົມມົງໂກນ.
        ທີ່ການະພົບກັບທ່ານປະທານາທິບໍດີມົນໂກນ Tsakhiagiin Elbegdorj, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ປາດຖະໜາ ຢາກພ້ອມກັບມົງໂກນ ມານະພະຍາຍາມເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ, ເປີດກວ້າງປະສິດທິຜົນການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
        ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດມົນໂກນ  Miyegombo Enkhbold, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ສະເໜີເພີ່ມທະວີການແລກປ່ຽນບົດຮຽນໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ນັບທັງໃນການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍລະຫວ່າງ 2 ປະເທດ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດອື່ນໆລະຫວ່າງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top