• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອິນເດຍຊຸກຍູ້ການຮ່ວມມືໃນຂົງເຂດໄປສະນີ,ໂທລະຄົມມະນາຄົມ

ການ​ເຈ​ລະ​ຈາ​ລະ​ຫວ່າ​ງ​ 2 ຝ່າຍ
(ພາບ: infonet.vn)
      ວັນ​ທີ 27/03, ຢູ່​ອິນ​ເດຍ, ໄດ​້​ດຳ​ເນີນ​ການ​ເຈ​ລະ​ຈາ​ລະ​ຫວ່າ​ງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ ຖະ​ແຫຼງ​ຊ່າວ ແລະ ສື່ສານຫວຽດ​ນາມ ເຈື​ອງ​ມິງ​ຕ໋ວນ ແລະ ທ່ານ​ລັດ​ຖະ​ມົນ​ຕີສື່​ສານອິນ​ເດຍ Manoj Sinha. ກ່າ​ວ​ຄຳ​ເຫັນ​ທີ່​ການ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມິງ​ຕ໋ວນ ເນັ້ນ​ໜັກ​ວ່າ, ບັນ​ດາວ​ິ​ສາ​ຫະ​ກິດ​ອິນ​ເດຍ ດ້ວຍ​ທ່າ​ແຮງ​ແມ່ນ​​ທຶນຮອນ, ເຕັກ​ໂນ​ໂລ​ຊີ ແລະ ບົດ​ຮຽນ​​ໃນ​ການດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ ຈະ​ສືບ​ຕໍ່​ໄດ້​ຮັບ​ຜົນ​​ສຳ​ເລັດ​ຢູ່​ຕະ​ຫຼາດ​ຫວຽດ​ນາມ ​ດີກວ່າ​ອີກ. ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມິງ​ຕ໋ວນ ຖື​ວ່າ, 2 ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ເພື່ອ​ຍູ້​ແຮງບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ພົບ​ປະ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ບົດ​ຮຽນ​ຈາກ​ຂັ້ນ​ຄຸ້ມ​ຄອງ​ລັດ ຕະ​ຫຼອດ​ຮອດ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ. ເລື່ອງ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ 2 ປະ​ເທດ ຈະ​ຊ່ວຍ​ໃຫ້ 2 ຝ່າຍ​ມີ​ກາ​ລະ​ໂອ​ກາດ​ເຂົ້າ​ໃຈ​ກັນ​ຢ່າງ​ລະ​ອຽດ​ກວ່າ ຈາກນັ້ນ​ສົ່ງ​ເສີມ ແລະ ຜັນ​​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ. ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອິນ​ເດຍ ເຂົ້າ​ຮ່ວມ​ບັນ​ດາ​​ໂຄງ​ການ, ແຜນ​ຮ່າງ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top