• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເອົາໃຈໃສ່ເປັນພິເສດເຖິງການພັດທະນາໄຟຟ້ານິວເຄຼຍ

ຫວຽດນາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ໄຟຟ້າ​ນິວ​ເຄຼຍ
(ພາບ: ອິນເຕີແນດ)
          ​​ເພື່ອ​ຮັບ​ມື​ກັບ​ໄພ​ຂາດ​ເຂີນ​ແຫຼ່ງພະລັງງານ​ທີ່​ເປັນ​ມູນ​ເຊື້ອ​ໃນ​ປະຈຸ​ບັນ, ຫວຽດນາມ ​ຈະ​ສຸມ​ໃສ່ ພັດທະນາ​ໄຟຟ້າ​ນິວ​ເຄຼຍ ​ແທນ​ໃຫ້​​ວິທີ​ຜະລິດ​ໄຟຟ້າ​ແບບ​ເກົ່າ, ​ທີ່​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ​ຫຼາຍ. ຕາມ​ແຜນ​ຮ່າງ​ປັບປຸງ​ແຜນ​ຜັງ​ພັດທະນາ​ໄຟຟ້າ​ແຫ່ງ​ຊາດ​ໄລຍະ 2011-2020, ໄຟຟ້າ​ນິວ​ເຄຼຍ ​ແມ່ນ​ການ​ເລືອກ​ເຟັ້ນທີ່​ເໝາະ​ສົມ, ປະກອບສ່ວນ​ຊຸກຍູ້​ບັນດາ​ຂະ​ແໜງ​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ​​ໃຫ້ພັດທະນາ. ຕາມ​ທ່ານ ຮ່ວາງ​ແອ​ງຕ໋ວນ, ຫົວໜ້າ​ກົມ​ພະລັງງານ​ປາລະ​ມະນູ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແລ້ວ, ປະຈຸ​ບັນ, ວຽກ​ງານ​ສຳ​ຫຼວດທໍລະນີ​ສາດ, ອຸ​ທົກ​ກະສາ​ດ, ສິ່ງ​ແວດ​ລ້ອມ… ​ແລະ ​ແຜນຜັງ​ສະຖານ​ທີ່ກໍ່ສ້າງ​ໂຮງງານ ໄຟຟ້າ​ນິວ​ເຄຼຍ ສອງ​ແຫ່ງ​ຢູ່​ແຂວງ ນິງທ້ວນ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​ແລ້ວ. ວຽກ​ງານ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ ທີ່​ກ່ຽວຂ້ອງ​ເຖິງ​ການ​ກໍ່ສ້າງ, ການ​ເຄື່ອນ​ໄຫວ, ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ແຜ່​ກຳ​ມັນ​ຕະພາບ​ລັງ​ສີ… ສຳລັບ​ໂຮງງານ ໄຟຟ້າ​ນິວ​ເຄຼຍ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top