• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເປັນເຈົ້າການໃນການປ້ອງກັນ, ຕ້ານ ເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອພະຍາດ ຈຸລະໂລກສາຍພັນໃໝ່

      ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນກະທົບຈາກ ເຊື້ອພະຍາດ ອັກເສບປອດທີ່ເກີດຈາກເຊື້ອພະຍາດ ຈຸລະໂລກສາຍພັນໃໝ່(ໄວລັດ Corona) (nCoV).
            ປັດຈຸບັນ, ຢູ່ ຫວຽດນາມ ມີ 5 ຄົນທີ່ຕິດເຊື້ອພະຍາດ ດັ່ງກ່າວ, ປະຈຸບັນພວມໄດ້ຮັບການແຍກຕົວອອກມາ ປິ່ນປົວຢູ່ຕ່າງຫາກຢ່າງເຂັ້ມງວດ. ໃນກອງປະຊຸມກ່ຽວກັບການປ້ອງກັນຕ້ານເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອພະຍາດຈຸລະໂລກສາຍພັນໃໝ່ທີ່ຈັດຕັ້ງໃນວັນທີ 30 ມັງກອນ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນ ສ້າງຕັ້ງຄະນະຊີ້ນຳການປ້ອງກັນ, ຕ້ານ ເຊື້ອພະຍາດ nCoV ໂດຍ ມີປະທານຄະນະກຳມະການປະຊາຊົນແຂວງ, ນະຄອນເປັນຫົວໜ້າຄະນະເພື່ອ ເປັນເຈົ້າການຕໍ່ວຽກງານປ້ອງກັນ, ຕ້ານ ເຊື້ອພະຍາດດັ່ງກ່າວ.
            ຢູ່ບັນດາທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີ ຄົນຕິດເຊື້ອພະຍາດ ຈຸລະໂລກສາຍພັນໃໝ່ ແລະ ມີ ຊາວຈີນ ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ຕາມເຂດອຸດສາຫະກຳເປັນຈຳນວນຫຼາຍນັ້ນກໍ່ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນຕ້ານຄື ແຂວງ ລ້າງເຊີນ, ແທັງຮ໊ວາ, ລາວກາຍ… ກະຊວງສາທາລະນະສຸກ ຫວຽດນາມໄດ້ກ່າວເຕືອນໃຫ້ປະຊາຊົນຈຳກັດການໄປມາຢູ່ເຂດທີ່ມີ ເຊື້ອພະຍາດ ແລະ ສຳຜັດກັບຜູ້ທີ່ມາຈາກເຂດທີ່ເກີດເຊື້ອພະຍາດດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top