
ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ເນັ້ນໜັກວ່າ ບັນດາການເຄື່ອນໄຫວຮັກສາສັນຕິພາບຄວນໄດ້ຮັບການປະຕິຮູບເພື່ອມີປະຕິກິລີຍາໄວ ແລະ ທັນການ, ມີປະສິດທິຜົນສຳລັບສະພາບການທີ່ພວມປ່ຽນແປງຢ່າງຕໍ່ເນື່ອງ. ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ ຢືນຢັນວ່ທ ຫວຽດນາມໄດ້ ແລະ ພວມເຂົ້າຮ່ວມບັນດາ ການເຄື່ອນໄຫວຮັກສາສັນຕິພາບຂອງ ສ.ປ.ຊ ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ.
(ແຫຼ່ງຄັດຈາກ VOV)