• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮຽກຮ້ອງຈີນຢຸດຕິການລະເມີດ,ຖອນກຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງຫວຽດນາມ

      ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມດຳເນີນໃນວັນທີ 22 ສິງຫາ ຢູ່ ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ເນັ້ນຫນັກວ່າ: ໃນຊຸມມື້ຜ່ານມາ, ກຸ່ມກຳປັ່ນສຳຫລວດ ໄຮ້ຢາງ 8 ຂອງຈີນ ໄດ້ກັບຄືນ ແລະ ສືບຕໍ່ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ. 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)
      ໂຄສົກ ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
            “ຫວຽດນາມ ໄດ້ພົວພັນກັບຝ່າຍຈີນ ກ່ຽວກັບບັນຫານີ້ເປັນ ຫລາຍເທື່ອແລ້ວ, ຮຽກຮ້ອງຈີນ ຢຸດຕິການລະເມີດໃນທັນທີ, ຖອນກຳປັ່ນທັງໝົດອອກຈາກເຂດເຂດຖະກິດຈຳເພາະຂອງຫວຽດນາມ, ບໍ່ມີການກະທຳລະເມີດ ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ ທະເລຕາເວັນອອກກໍຄືຢູ່ ພາກພື້ນ.
            ທ່ານນາງ ເລທິທູຮັ່ງ ເນັ້ນຫນັກວ່າ: ຫວຽດນາມ ສະເຫນີບັນດາປະເທດກ່ຽວຂ້ອງ ແລະ ປະຊາຄົມສາກົນ ປະກອບສ່ວນຕັ້ງຫນ້າ, ແທດຈິງ ເຂົ້າໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ຄວາມໝັ້ນຄົງໃນພາກພຶ້ື້ນ, ຄວາມປອດໄພການເດີນທະເລ ແລະ ການບິນ, ເຄົາລົບກົດໝາຍວ່າດ້ວຍທະເລ, ເໝາະສົມກັບກົດໝາຍສາກົນ ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.
            ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ຫວ່າງແລ້ວນີ້ ໂຄສົກກະຊວງການຕ່າງປະເທດຈີນ ຖືວ່າ: ກຸ່ມກຳປັ່ນ ຈີນ ເຄື່ອນໄຫວໃນຂອບເຂດຂຶ້ນກັບສິດອະທິປະໄຕຂອງຈີນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຢືນຢັນຄືນວ່າ:
            “ຫວຽດນາມ ມີ ພື້ນຖານດ້ານນິຕິທຳ ແລະ ພະຍານຫລັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ສອດຄອ່ງກັບກົດໝາຍສາກົນ. ກ່ຽວກັບການລະເມີດຂອງກຸ່ມກຳປັ່ນໄຮ້ຢາງ 8, ພວກຂ້າພະເຈົ້າໄດ້ເວົ້າເປັນຫລາຍເທື່ອແລ້ວວ່າ ນີ້ແມ່ນເຂດທະເລຂອງຫວຽດນາມ ໄດ້ກຳນົດຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.”
            ທີ່ການຖະແຫລງຂ່າວ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ກໍ່ປະກາດໃຫ້ຮູ້ວ່າ ເລື່ອງບັນດາປະເທດ ອາຊຽນ ເປັນຄັ້ງທຳອິດ ໄດ້ຈັດການຊ້ອມຮົບຮ່ວມກັບ ອາເມລິກາ ຢູ່ ອ່າວໄທ ແລະ ການຊ້ອມຮົບຮ່ວມນີ້ ດຳເນີນແຕ່ວັນທີ 2-6 ກັນຍາປີ 2019.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top