• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮັບດໍາລົງຕໍາແໜ່ງ ເປັນປະທານສະຫະສະມາຄົມ ໜູນຊ່ວຍສັງຄົມ ອາຊຽນ ອາຍຸການ 2018 – 2019

      ພິທີມອບ-ຮັບຕໍາແໜ່ງ ປະທານສະຫະສະມາຄົມ ໜູນຊ່ວຍສັງຄົມ ອາຊຽນ (ASSA) ອາຍຸການ 2018 – 2019 ລະຫວ່າງໄທ ແລະ ຫວຽດນາມ ເຊິ່ງໄດ້ດໍາເນີນໃນວັນທີ 19 ກັນຍາ, ທີ່ແຂວງແຄ໊ງຮວ່າ, ໃນຂອບເຂດກອງປະຊຸມ ASSA ຄັ້ງທີ 35. 

ກອງປະຊຸມ ຄະນະປະຕິບັດງານ ສະຫະສະມາຄົມໜູນຊ່ວຍສັງຄົມ ອາຊຽນ ຄັ້ງທີ 35 (ພາບ:vtc.vn)
      ຕາມ ທ່ານນາງ ຮອງລັດຖະມົນຕີກະຊວງການເງິນ, ຜູ້ອໍານວຍການໃຫຍ່ ອົງການປະກັນສັງຄົມຫວຽດນາມ ຫງວຽນທິມິນ ແລ້ວ, ດ້ວຍຖານະເປັນປະທານ ASSA ໃນອາຍຸການຈະມາເຖິງ, ຫວຽດນາມ ໄດ້ວາງອອກໜ້າທີ່ຈຸດສຸມຫຼາຍຢ່າງ ເພື່ອພ້ອມກັບບັນດາອົງການຈັດຕັ້ງສະມາຊິກ ແກ້ໄຂບັນດາສິ່ງທ້າທາຍໃຫ້ດີທີ່ສຸດ, ປະກອບສ່ວນຮັບປະກັນຊີວິດສັງຄົມໃນອະນາຄົດ. ທ່ານນາງກ່າວວ່າ:
        “ພວກຂ້າພະເຈົ້າ ໄດ້ແບ່ງປັນບົດຮຽນໃນວຽກງານການຄຸ້ມຄອງ ແລະ ຍົກສູງຄຸນນະພາບ ການບໍລິການ ກໍຄືເປີດກວ້າງເປົ້າໝາຍ, ຂະຫຍາຍພື້ນທີ່ ໃຫ້ບັນດາສະມາຊິກຂອງ ASSA. ASSA ກໍຈະເຊື່ອມຕໍ່ ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງບັນດາອົງການໜູນຊ່ວຍສັງຄົມພາຍໃນກຸ່ມ ແລະ ນອກກຸ່ມ ເພື່ອມຸ່ງໄປສູ່ການພັດທະນາ ການໜູນຊ່ວຍທີ່ໝັ້ນຄົງໃຫ້ທຸກໆຄົນ. ພວກຂ້າພະເຈົ້າກໍຈະມານະພະຍາຍາມ ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ເພື່ອໃຫ້ສ້າງປະຊາຄົມອາຊຽນ ພັດທະນາຖາວອນ, ກ້າວໜ້າ, ສີວິໄລ ແລະ ພັດທະນາ ໃຫ້ຖືກຕ້ອງຕາມວິໄສທັດ ອາຊຽນ.
        ກໍໃນຂອບເຂດກອງປະຊຸມ ASSA 35, ວັນທີ 19 ກັນຍາ, ບັນດາຜູ້ແທນກໍ່ໄດ້ລົງນາມໃນຖະແຫຼງການຮ່ວມ ພ້ອມກັນເຫັນດີເປັນເອກະພາບຕໍ່ການກະທໍາ ເພື່ອພັດທະນາການໜູນຊ່ວຍສັງຄົມຢ່າງໝັ້ນຄົງ ເພື່ອອະນາຄົດອັນສົດໃສ ສໍາລັບປະຊາຊົນທຸກໆຄົນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top