
ພາບ:dantri.com
ວັນທີ 20/2, ເນື່ອງໃນໂອກາດສະເຫລີມສະຫລອງ 5 ປີແຫ່ງວັນອະນຸລັກຮັກສາ ໂຕລິ່ນ ຂອງໂລກ, ສູນຄົ້ນຄ້ວາ ແລະ ອະນຸລັກຮັກສາສັດປ່າ ໄດ້ສົມທົບກັບປ່າສະຫງວນແຫ່ງຊາດ ກຸກເຟືອງ ຈັດຕັ້ງພິທີເປີດສະຫລອງສູນສຶກສາ ແລະ ອະນຸລັກຮັກສາສັດກິນຊີ້ນ ແລະ ໂຕລິ່ນ ແຫ່ງທຳອິດຢູ່ຫວຽດນາມ. ເຂົ້າຮ່ວມພິທີ ມີທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳຫວຽດນາມ Giles Lever, ຜູ້ຕາງຫນ້າບັນດາສະຖານທູດສາກົນ ຢູ່ຫວຽດນາມ, ອຳນາດການປົກຄອງທ້ອງຖິ່ນ ພ້ອມກັບບັນດານັກອະນຸລັກຮັກສາ ແລະ ນັກຮຽນໂຮງຮຽນປະຖົມ ກຸກເຟືອງ. ສູນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຕອບສະຫນອງຄວາມຕ້ອງການທີ່ຈຳເປັນໃຫ້ແກ່ວຽກງານສຶກສາ ແລະ ອະນຸລັກຮັກສາຢູ່ຫວຽດນາມ.
(ແຫຼ່ງຄັດຈາກ VOV)