• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມີຄວາມວິຕົກວັງວົນຕໍ່ການຍິງລູກສອນໄຟຂອງສປປ.ເກົາຫຼີ

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
          ເມື່ອຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າ​ວກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່ໜ້າ​ເຫດການ​ວັນ​ທີ 7/2/2016, ສປປ ​ເກົາ​ຫລີ​ຍິງ​ລູກ​ສອນ​ໄຟ ​​ໂດຍ​ນຳ​ໃຊ້​ເຕັກ​ໂລ​ໂນ​ຢີລູກ​ສອນ​ໄຟ​ນຳ​ວິຖີ, ວັນ​ທີ 9/2/2016, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ, ຊີ້​ແຈ້ງວ່າ: “ຫວຽດນາມ ມີ​ຄວາມ​ວິຕົກ​ວົງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່ໜ້າ​ເລື່ອງ ສປປ ​ເກົາຫຼີ ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ຂອງ​ປະຊາ​ຄົມ​​ໂລກ, ​ໄດ້​ດຳ​ເນີນ​ເຫດການ​ຍິງ​ລູກ​ສອນ​ໄຟ ​ໂດຍນ​ຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ລູກ​ສອນ​ໄຟ​ນຳ​ວິຖີ​ເມື່ອ​ວັນ​ທີ 7/2/2016, ລະ​ເມີດບັນດາ​ມະຕິ​ກ່ຽວ​ຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ, ​ເຮັດ​ໃຫ້​ສະພາບ​ຢູ່​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນຕື່ມ.
ທັດສະນະ​ຢ່າງ​ສະ​ເໝີຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ​່ນສະ​ໜັບສະ​ໜູນ​ທຸກໆ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ແຫຼ​ມ ​ເກົາຫຼີ ກໍ່​ຄື​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ສະໜັບສະໜຸນ​ການ​ແກ້​ໄຂ​ທຸກໆ​ຄວາມ​ບໍ່​ລົງ​ລອຍ​ກັນ​ຜ່ານ​ການ​ໂອ້​ລົມ​ສົນທະນາ, ຢັ້ງຢືນ​ບັນດາ​ມະຕິ​ກ່ຽວຂ້ອງ​ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ.”
 (​ແຫຼ່ງຄັດ​ຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top