• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຖືເປັນສໍາຄັນ ແລະ ບຸລິມະສິດ ໃນການປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ

      ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin, ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະໄປຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 5 – 8 ກັນຍາ 2018.

ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
 ແລະ ທ່ານປະທານາທິບໍດີສະຫະພັນລັດເຊຍ
Vladimir Putin
(ພາບ:TTXVN)
      ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລັດເຊຍ ເລິກເຊິ່ງກວ່າອີກ, ເພີ່ມທະວີການຮ່ວມສໍາພັນຍຸດທະສາດ ແລະ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ. ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານລັດເຊຍ TASS  ກ່່ອນດໍາເນີນການຢ້ຽມຢາມ, ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີ Vladimir Putin ພ້ອມດ້ວຍບັນດາການນໍາສະຫະພັນລັດເຊຍ ຈະ      ແລກປ່ຽນ, ປຶກສາຫາລືຢ່າງຮອບດ້ານ ກ່ຽວກັບການພົວພັນລະຫວ່າງສອງປະເທດ; ປືກສາຫາລືບັນດາທິດທາງໃຫຍ່ ແລະ ບັນດາມາດຕະການຊຸກຍູ້ການພົວພັນໃນທຸກຂົງເຂດ; ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລັດເຊຍ ສືບຕໍ່ພັດທະນາ, ຍົກສູງຄຸນນະພາບ ແລະ ປະສິດທິພາບໃນການຮ່ວມມືສອງຝ່າຍກວ່າອີກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ແລະ ຜົນປະໂຫຍດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມພັດທະນາຂອງ ພາກພື້ນ ອາຊີ - ປາຊີຟິກ.
        ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ບຸລິມະສິດໃນການປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບລັດເຊຍ. ຫວຽດນາມ ປາດຖະໜາວ່າ ການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າສອງຝ່າຍ ຈະພັດທະນາຢ່າງແຮງກວ່າເກົ່າ ແລະ ກາຍເປັນເສົາຄໍ້າອັນແທ້ຈິງຂອງການພົວພັນສອງຝ່າຍໃນໄລຍະຈະມາເຖິງໂດຍໄວ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top