• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຖືເປັນສຳຄັນບົດບາດໃຈກາງຂອງສະຫະປະຊາຊາດໃນການກໍ່ສ້າງລະບົບກົດໝາຍສາກົນ, ຮັກສາສັນຕິພາບສາກົນ

      ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບຄະນະບັນດາຫົວໜ້າຜູ້ຕາງໜ້າບັນດາອົງການສະຫະປະຊາຊາດ ປະຈຳຫວຽດນາມ ໂດຍຜູ້ປະສານງານຂອງສະຫະປະຊາຊາດ ປະຈຳຫວຽດນາມ Kamal Malhotra ເປັນຫົວໜ້າຄະນະ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຄະນະບັນດາຫົວໜ້າຜູ້ຕາງໜ້າ
ບັນດາອົງການສະຫະປະຊາຊາດ ປະຈຳຫວຽດນາມ
 
(ພາບ: nhandan.com.vn)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນບົດບາດໃຈກາງຂອງສະຫະປະຊາຊາດ ໃນການສ້າງລະບົບກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລະພາບ, ສະກັດກັ້ນການປະທະກັນ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ. ຍາມໃດຫວຽດນາມ ກໍຖືສະຫະປະຊາຊາດແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດ, ແມ່ນຄູ່ຮ່ວມມືອັນດັບໜຶ່ງ. ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງສະຫະປະຊາຊາດຢູ່ທັງ 3 ເສົ້າຄ້ຳຕົ້ນຕໍ່ແມ່ນ, ສັນຕິພາບ, ພັດທະນາ ແລະ ຊຸກຍູ້ສິດທິມະນຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຫວຽດນາມ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັບສະຫະປະຊາຊາດ, ສ້າງເງື່ອນໄຂໃຫ້ບັນດາອົງການພັດທະນາຂອງສະຫະປະຊາຊາດ ປະຈຳຫວຽດນາມ ຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືຢ່າງມີປະສິດທິຜົນ. ໃນສະພາວະທີ່ ຫວຽດນາມ ຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນສິ່ງທ້າຍກ່ຽວກັບແຫຼ່ງກຳລັງ ແລະ ການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ປາຖະໜາວ່າ ສະຫະປະຊາຊາດ ຈະຊ່ວຍລະດົມແຫຼ່ງລັງທີ່ພຽງພໍ ແລະ ໝັ້ນຄົງ, ນັບທັງດ້ານການເງິນ, ບົດຮຽນ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພື່ອປະຕິບັດບັນດາບຸລິມະສິດນີ້ໃຫ້ສຳເລັດ.
        ຜູ້ປະສານງານຂອງສະຫະປະຊາຊາດ ປະຈຳຫວຽດນາມ Kamal Malhotra ຢັ້ງຢືນວ່າ ສະຫະປະຊາຊາດໃຫ້ຄຳເໝັ້ນສັນຍາຈະໜູນຊ່ວຍ ຫວຽດນາມ ໃນວິວັດທະນາການປະຕິບັດໂຄງການດຳເນີນງານ 2030 ຢ່າງແຂງແຮງ, ເປັນຕົ້ນແມ່ນການໜູນຊ່ວຍໃຫ້ ຫວຽດນາມ ເຂົ້າຮ່ວມໃນເວທີປາໄສດ້ານການເມືອງຂັ້ນສູງກ່ຽວກັບບັນດາເປົ້າໝາຍພັດທະນາຢ່າງໝັ້ນຄົງໃນປີຕໍ່ໜ້າ..
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top