• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕັ້ງໜ້າເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 38 ສະພາສິດທິມະນຸດແຫ່ງ ສ.ປ.ຊ

ໃນວັນທີ 5 ແລະ 6 ກໍລະກົດ, ຢູ່ເຊີແນວປະເທດສະວິດ, ສະພາສິດທິມະນຸດແຫ່ງ ສ.ປ.ຊ ໄດ້ດຳເນີນການປຶກສາຫາລືວາລະສຸດທ້າຍກ່ຽວກັບການຮັບຮອງເອົາມະຕິ 20 ສະບັບ, ໃນນັ້ນ ມີມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດໂດຍຫວຽດນາມຮຽບຮຽງ ຊຶ່ງໄດ້ຮັບການຮັບຮອງດ້ວຍເຫັນດີຢ່າງສູງ

 ທ່ານ ເອກອັກຄະລັດຖະທູດຫວຽດນາມ ເຢືອງຈີ້ຢຸງ

ກ່າວຄຳເຫັນແນະນຳມະຕິດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດຫວຽດນາມ ເຢືອງຈີ້ຢຸງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ , ອົງການການຄ້າໂລກ ແລະ ອົງການຈັດຕັ້ງອື່ນໆຢູ່ເຊີແນວ ເນັ້ນໜັກວ່າ : ການປ່ຽນແປງຂອງດິນຟ້າອາກາດແມ່ນໄພນາບຂູ່ ແລະ ແມ່ນຄວາມສົນໃຈຮ່ວມຂອງວົງຄະນະຍາດສາກົນ, ຄວນຍູ້ແຮງການຮ່ວມມືສາກົນກ່ຽວກັບການຊ່ວຍໜູນການເງິນ, ຖ່າຍທອດເຕັກໂນໂລຊີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດພວມພັດທະນາເພື່ອຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ສິດທິມະນຸດ.

     ຄະນະຜູ້ແທນຫວຽດນາມ ຍັງຕັ້ງໜ້າປະກອບສ່ວນເຂົ້າໃນການປຶກສາຫາລືຢູ່ກອງປະຊຸມສະໄໝສາມັນຄັ້ງທີ 38 ສະພາສິດທິມະນຸດແຫ່ງ ສ.ປ.ຊ ແລະ ບັນດາວາລະການເຈລະຈາເພື່ອຮຽບຮຽງຮ່າງມະຕິ. 
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top