• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍູ້ແຮງການສັກວັກຊິນ ແລະ ບັນດາມາດຕະການປ້ອງກັນໂຄວິດ - 19

ວັນທີ 11 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຊັນປະກາດໃຊ້ໂທລະເລກກ່ຽວກັບການເລັ່ງສັກວັກຊິນໂດຍໄວ ແລະ ຍູ້ແຮງປະຕິບັດບັນດາມາດຕະການປ້ອງກັນໂຄວິດ - 19.
(ພາບປະກອບ)

ໃນໂທລະເລກ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງເພີ່ມທະວີຍົກສູງສະຕິຂອງປະຊາຊົນໃນວຽກງານຮັກສາສຸຂະພາບ ກໍ່ຄືບັນດາມາດຕະການຮັບມືກັບໄວລັດສາຍພັນ Omicron; ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງຕ້ອງຮັບຜິດຊອບຈັດຕັ້ງການປະຕິບັດເລັ່ງສັກວັກຊິນໃຫ້ໄວກວ່າ, ຮັບປະກັນຄວາມປອດໄພ, ວິທະຍາສາດ, ມີປະສິດທິຜົນຕາມຄຳແນະນຳຂອງກະຊວງສາທາລະນະສຸກ ຫວຽດນາມ ແລະ ເປົ້າໝາຍທີ່ລັດຖະບານໄດ້ວາງອອກ; ຈັດຕັ້ງບັນດາໜ່ວຍງານເຄື່ອນທີ່ສັກວັກຊິນຢູ່ເຮືອນໃຫ້ແກ່ປະຊາຊົນທີ່ບໍ່່ສາມາດໄປສັກຢາໄດ້.

        ພ້ອມກັນນັ້ນ, ກະຊວງສາທາລະນະສຸກຮັບຜິດຊອບການສະໜອງວັກຊິນປ້ອງກັນ ແລະ ຢາປິ່ນປົວໂຄວິດ - 19 ໃຫ້ຄົບ, ສຸມໃສ່ຊີ້ນຳເປັນເຈົ້າຕົນເອງໃນການຜະລິດວັກຊິນຢູ່ພາຍໃນປະເທດໃຫ້ໄວເທົ່າທີ່ສາມາດເຮັດໄດ້ ແລະ ຮັບປະກັນວິທະຍາສາດ, ຄວາມປອດໄພ ແລະ ມີປະສິດທິຜົນ. ໂທລະເລກກໍ່ຮຽກຮ້ອງໃຫ້ກະຊວງສາທາລະນະສຸກເປັນປະທານຮ່ວມກັບກະຊວງການສຶກສາ ແລະ ບຳລຸງສ້າງ, ບັນດາອົງການທີ່ກ່ຽວຂ້ອງຂົ້ນຄວ້າ, ທາບທາມບົດຮຽນຂອງສາກົນ ແລະ ພາຍໃນປະເທດກ່ຽວກັບການຜັນຂະຫຍາຍການນຳເຂົ້າ, ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກອາຍຸຕ່ຳກວ່າ 18 ປີໃຫ້ປອດໄພ, ທັນການ, ມີວິທະຍາສາດ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top