• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍາມໃດກໍຮັບປະກັນບັນດາສິດພື້ນຖານຂອງປະຊາຊົນ,ໃນນັ້ນມີສິດຂອງແມ່ຍິງ

ການ​ປະ​ຊຸມ​ຂ່​າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ພາບ:baotintuc
      ວັນ​ທີ 30/3, ທີ່​ການ​ປະ​ຊຸມ​ຂ່​າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​​ຂ່າວ​ຄາວ​ໃນ​ວັນ​ທີ 29/3, ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ເຊີດ​ຊູ​ລາງວັນ​ແມ່​ຍິງ​ສາ​ກົນ​ທີ່​ມີ​ຄວາມ​ກ້າ​ຫານ​ໃຫ້​ແກ່ ຫງວຽນ​ງອກ​ຍື​ກີງ (ເຄີຍ​ເອີ້ນ​ວ່າ  blogger ແມ່​ເນີມ), ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຊີ້​ແຈ້​ວ່າ:
        “ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ປົກ​ປ້ອງ ແລະ ຊຸກ​ຍູ້​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ປ​ະ​ຊາ​ຊົນ, ໃນ​ນັ້ນ ມີ​ສິດ​ຂອງ​ແມ່​ຍິງ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຜົນ​ງານ​ຂອງ​ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ ແລະ ປັບ​ປຸງ​ບັນ​ດາ​ສິດ​ທິ​ມະ​ນຸດ​ໃນ​ໄລ​ຍະ​ຜ່ານ​ມາ​ຢ່າງບໍ່​ຢຸດຢັ້ງ ໄດ້​ຮັບ​ການ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຄົມ. ຫວຽດ​ນາມ ຖື​ວ່າ ເລື່ອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ມອບ​ລາງວັນ​ໃຫ້​ສ່ວນບຸກ​ຄົນ​ທີ່​ພວມ​ຖືກ​ກັກ​ຂັງ​ພາງ​ເພື່ອ​ສືບ​ສວນ​ສອບ​ສວນ​ຕໍ່​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ຫວຽດ​ນາມ ແມ່ນ​ການ​ກະ​ທຳ​ຂາດ​ຄວາມ​ພາ​ວະ​ວິ​ໄສ, ບໍ່​ສອດ​ຄ່ອງ​ ແລະ ບໍ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.”
        ກ່ຽວ​ຂ້ອງ​ເຖິງວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ສຳ​ລັບ​ກໍ​ລະ​ນີ​ເດັກ​ຍິງ​ຫວຽດ​ນາມ ຖືກ​ເຂັ່ນ​ຂ້າ​ຢູ່ ຍີ່​ປຸ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຢືນ​ຢັນ​ວ່າ:
        “ພາຍ​ຫລັງ​ເກີດ​ເຫດ, ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ ຍີ່​ປຸ່ນ ໄດ້​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ມີ​ຫ​ນ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຍີ່​ປຸ່ນ, ສະ​ເຫ​ນີ ຝ່າຍ​ຍີ່​ປຸ່ນ ສືບ​ສວນ​ສອບ​ສວນ, ເຮັດ​ແຈ້ງ​ກໍ​ລະ​ນີດ​ັ່ງ​ກ່າວ.”
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top