
ງານລ້ຽງຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນ
ສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ
(ພາບ: TTXVN)
ກ່າວຄຳເຫັນທີ່ພິທີໄຂ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າອຳນາດການປົກຄອງສ.ເກົາຫຼີ, ຄະນະທູຕານຸທູດປະຈຳເຊີອຸ່ນ ແລະ ບັນດາບໍລິສັດທ່ອງທ່ຽວສ.ເກົາຫຼີ, ທ່ານ ຫງວຽນຫງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຊື່ອໝັ້ນວ່າ, ເຫດການນີ້ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນທາງດ້ານວັດທະນະທຳ, ທ່ອງທ່ຽວເວົ້າສະເພາະ, ກໍ່ຄືປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດຫວຽດນາມ - ສ.ເກົາຫຼີ ເວົ້າລວມ.
ພາຍຫຼັງພິທີໄຂງານບຸນທ່ອງທ່ຽວ - ວັດທະນະທຳ ແມ່ນງານລ້ຽງຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ.
(ແຫຼ່ງຄັດຈາກ VOV)