• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຈະມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ເຂົ້າຮ່ວມເວທີ​ປາ​ໄສ​ພັດທະນາ ຫວຽດນາມ 2016
          ດ້ວຍ​ຫົວ​ຂໍ້ “ລັດຖະບານ​​ແຫ່ງສ້າງສາ, ປັບປຸງ ​ແລະ ກະທຳ: ກຳລັງ​ໜູນ​ໃໝ່​ໃຫ້ການ​ພັດທະນາ”, ​ເວທີ​ປາ​ໄສ​ພັດທະນາ ຫວຽດນາມ 2016 (VDF 2016) ດຳ​ເນີນ​ໃນ​ຕອນ​ເຊົ້າວັນ​ທີ 09/12 ຢູ່ ຮ່າ​ໂນ້ຍ. ​ເມື່ອ​ຮັບ​ຟັງ​ບັນດາ​ບົດທາ​ບທາມ​ຄວາມ​ເຫັນ ​ແລະ ​ໄຈ້​ແຍກ​ຢູ່​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຖື​ວ່າ: ນີ້​ແມ່ນ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ທີ່​ສຸດ​ຢູ່​ລະດັບ​ສ້າງ​ນະ​ໂຍບາຍ​ມະຫາ​ພາກ, ຊ່ວຍ​ໃຫ້​ບັນດາ​ອົງການ​ສຳນັກ​ງານຂອງ​ລັດຖະບານ ​ໃຫ້​ຂໍ້​ສັງ​ເກດ, ຕີ​ລາຄາ​ຖືກກັບ​ສະພາບ​ການ, ​ແງ່​ຫວັງ​ພັດທະນາ​ຂອງ ຫວຽດນາມ ​ໃນ​ສະພາວະ​ສາກົນ​ພວມ​ມີ​ການ​ຜັນ​ແປ່​ສັບສົນຫລາ​ຍຢ່າງ ​ແລະ ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ. ຈາກນັ້ນ ວາງ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ພັດທະນາ​ໃຫ້​ເໝາະ​ສົມ ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ແຜນການ​ປີ 2017, ​ໂຄງການ​ດຳ​ເນ​ີນ ງານ​ລັດຖະບານ​ອາຍຸ​ການ 2016 – 2021, ດ້ວຍ​ບັນດາ​ໜ້າ​ທີ່, ມາດ​ຕະການ​ທີ່​ນຳ​ມາ​​ເຊິ່ງ​ປະສິດທິ​ຜົນ​ແທດ​ຈິງ.     ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບາງ​ກຳ​ນົດທິດ ​ແລະ ມາດ​ຕະການ​ຕົ້ນຕໍ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລັດຖະບານ. ຕາມ​ທ່ານ ຫງວຽນ​ຊວນ​ຟຸກ ​ແລ້ວ ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ໃຫຍ່​ອີກ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​​ໃຫ້​ແທດ​ຈິງ​ກ່ວາ, ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບການ​ເຕີບ​​ໂຕ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ການ​ແກ່ງ​ແຍ້​ງ - ຖື​ນີ້ ​ແມ່ນ​ຈຸດ​ສຸມ​ຂອງ​ປີ 2017.
 (ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top