• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວນຄືນ 40 ປີ ແຫ່ງການຕໍ່ສູ້ປ້ອງກັນເຂດຊາຍແດນທາງທິດເໜືອຫວຽດນາມ

ກອງປະຊຸມ ແມ່ນໂອກາດເພື່ອຫວນຄືນເຫດການປະຫວັດສາດ ທີ່ເກີດຂຶ້ນກ່ອນນີ້ 40 ປີ ຢ່າງບໍລິສຸດຜຸດຜ່ອງ, ພາວະວິໄສ ຜ່ານນັ້ນ ເພີ່ມທະວີຄວາມສາມັກຄີ, ຍູ້ແຮງການພົວພັນຮ່ວມມືມິດຕະພາບ ພ້ອມກັນພັດທະນາລະຫວ່າງບັນດາປະເທດໃນໂລກ.

ວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ສະຖານບັນບັນດິດວິທະຍາສາດ - ສັງຄົມຫວຽດນາມ ໄດ້ສົມທົບກັບສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ຈັດຕັ້ງ ກອງປະຊຸມສໍາມະນາແຫ່ງຊາດ ດ້ວຍຫົວຂໍ້ວ່າ “ຫວນຄືນໄລຍະ 40 ປີ ແຫ່ງວັນຕໍ່ສູ້ປ້ອງກັນເຂດຊາຍແດນທາງທິດເໜືອຂອງປະເທດຊາດ (1979 – 2019). ທີ່ກອງປະຊຸມສໍາມະນາ, ທ່ານ ສາດສະດາຈານ, ປະລິນຍາເອກ ຫງວຽນກວາງທ໊ວນ, ປະທານສະຖາບັນບັນດິດ ວິທະຍາສາດ - ສັງຄົມ ໃຫ້ຮູ້ວ່່າ: ກອງປະຊຸມ ແມ່ນໂອກາດເພື່ອຫວນຄືນເຫດການປະຫວັດສາດ ທີ່ເກີດຂຶ້ນກ່ອນນີ້ 40 ປີ ຢ່າງບໍລິສຸດຜຸດຜ່ອງ, ພາວະວິໄສ ຜ່ານນັ້ນ ເພີ່ມທະວີຄວາມສາມັກຄີ, ຍູ້ແຮງການພົວພັນຮ່ວມມືມິດຕະພາບ ພ້ອມກັນພັດທະນາລະຫວ່າງບັນດາປະເທດໃນໂລກ.


ທ່ານ ສາດສະດາຈານ, ປະລິນຍາເອກ ຫງວຽນກວາງທ໊ວນ, ປະທານສະຖາບັນບັນດິດ ວິທະຍາສາດ - ສັງຄົມກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ 

 ບົດປະກອບຄໍາເຫັນ 60 ບົດ ທີ່ກອງປະຊຸມສໍາມະນາ ໄດ້ສຸມໃສ່ບັນດາບັນຫາຕົ້ນຕໍ, ໃນນັ້ນ ໄດ້ຢັ້ງຢືນເຖິງຄວາມຈິງປະຫວັດສາດ ແລະ ລັກສະນະເປັນທໍາຂອງຫວຽດນາມ ໃນການຕໍ່ສູ້ ປ້ອງກັນຊາຍແດນ ທາງທິດເໜືອຂອງປະເທດຊາດ. ນອກຈາກນັ້ນ, ຍັງມີບົດລາຍງານຫຼາຍບົດ ກໍໄດ້ແຈ້ງໃຫ້ຊາບບາງພື້ນຖານທິດສະດີ, ພຶດຕິກໍາຕົວຈິງ ແລະ ບົດຮຽນປະຫວັດສາດທີ່ຖອດຖອນມາໄດ້ຈາກການຕໍ່ສູ້ດັ່ງກ່າວ, ປະກອບສ່ວນເຂົ້າໃນການສຶກສານໍ້າໃຈສາມັກຄີ, ຄວາມຕັດສິນໃຈສ້າງສາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ ໃນສະພາບການທີ່ໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດລ່ວງໜ້າໄດ້.

(ແຫຼ່ງຄັດຈາກ VOV)

 

 

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

2 ຝ່າຍໄດ້ພ້ອມກັນຕີລາຄາຄືນສະພາບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ເປັນເອກະພາບບັນດາການກຳນົດທິດໃຫຍ່ເພື່ອເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ

Top