• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ພື້ນ​ຖານ​ການ​ຕ່າງ​ປະ​ເທດ​ໃຫ​້ຮອບ​ດ້ານ, ທັນ​ສະ​ໄໝ

ວັນທີ 11 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021 ດ້ວຍຫົວຂໍ້: “ສ້າງພື້ນຖານການຕ່າງປະເທດໃຫ້ຮອບດ້ານ, ທັນສະໄໝ; ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ຢ່າງມີໄຊ”. 
ກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021 ຂອງກະຊວງການຕ່າງປະເທດຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ກ່າວຄຳເຫັນສະຫຼຸບ ແລະ ຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ສະເໜີໃຫ້ຂະແໜງການຕ່າງປະເທດ ປີ 2021 ຈົ່ງສຸມໃສ່ຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃຫ້ມີປະສິດທິຜົນ; ສືບຕໍ່ນຳການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະເທດໃຫຍ່, ຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອ ໃຫ້ເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະ ໝັ້ນແກ່ນ; ຜັນຂະຫຍາຍການທູດດ້ານເສດຖະກິດ, ການທູດວັດທະນະທຳ ແລະ ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເປັນຢ່າງດີ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳຊີ້ນຳຂອງຄະນະເລຂາສູນກາງພັກ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030; ຕິດຕາມຢ່າງໃກ້ຊິດ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ ແລະ ບັນດາຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ໃຫ້ໝັ້ນຄົງ, ເຂັ້ມແຂງ ແລະ ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່. ພ້ອມກັນນັ້ນ, ກໍ່ສືບຕໍ່ຜັນຂະຫຍາຍປະສິດທິຜົນວຽກງານປົກປ້ອງພົນລະເມືອງ. ການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການພົວພັນຕ່າງປະເທດປະຊາຊົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top