• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເງື່ອນໄຂສະດວກໃຫ້ກຸ່ມບໍລິສັດ Google ລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ

      ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດມາລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ, ໃນນັ້ນມີບັນດາວິສາຫະກິດ ອາເມລິກາ ຄືກຸ່ມບໍລິສັດ Google

ທ່ານ ຫງວຽນວັນບິນ, ຫົວໜ້າຄະນະເສດຖະກິດສູນກາງຫວຽດນາມ, ຕ້ອນຮັບທ່ານ Kent Walker, ຮອງປະທານຮັບຜິດຊອບກ່ຽວກັບບັນດາບັນຫາທົ່ວໂລກ ຂອງກຸ່ມບໍລິສັດ Google (ພາບ: TTXVN)
      ຕອນບ່າຍວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນວັນບິນ, ຫົວໜ້າຄະນະເສດຖະກິດສູນກາງຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Kent Walker, ຮອງປະທານຮັບຜິດຊອບກ່ຽວກັບບັນດາບັນຫາທົ່ວໂລກ ຂອງກຸ່ມບໍລິສັດ Google. ທີ່ການຕ້ອນຮັບ, ທ່ານ Kent Walker ເນັ້ນໜັກວ່າ ການຫັນພື້ນຖານເສດຖະກິດເປັນດີຈີຕອນ ແມ່ນໜຶ່ງໃນບັນດາທ່າອ່ຽງສໍາຄັນຂອງໂລກ ອາດຈະນໍາມາເຊິ່ງຄຸນຄ່າອັນໃຫຍ່ຫຼວງ ແລະ ທາງກຸ່ມບໍລິສັດ Google ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ເຂົ້າຮ່ວມໃນບັນດາວິວັດການດັ່ງກ່າວຢ່າງສະດວກ. ທ່ານ ຫງວຽນວັນບິນ, ຫົວໜ້າຄະນະເສດຖະກິດສູນກາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດມາລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ, ໃນນັ້ນມີບັນດາວິສາຫະກິດ ອາເມລິກາ ຄືກຸ່ມບໍລິສັດ Google. ທ່ານຫງວຽນວັນບິນ ສະເໜີ ກຸ່ມບໍລິສັດ Google ສືບຕໍ່ຮ່ວມມືໜູນຊ່ວຍການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານຢູ່່ຫວຽດນາມ, ໂດຍສະເພາະແມ່ນກ່ຽວກັບການ Start up ປະດິດຄິດສ້າງ ແລະ ພັດທະນາລະບົບເຕັກໂນໂລຢີສູງ, ບໍາລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີທີ່ມີຄຸນນະພາບສູງ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top