• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍກຸ່ມໂຄງການອາຍແກສແປງBບັນລຸປະສິດທິຜົນສູງສຸດ

      ຕອນບ່າຍວັນທີ 16 ມັງກອນ, ທີ່ການຕ້ອນຮັບທ່ານ Tasuo Yasunaga, ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດ Mitsui ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ຢືນຢັນວ່າ: ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອຜັນຂະຫຍາຍລະບົບໂຄງການອາຍແກສ B ບັນລຸປະສິດທິຜົນສູງສຸດ. 

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ  ຕ້ອນຮັບທ່ານ Tasuo Yasunaga,
ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດ Mitsui 
      ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງບັນດາໝາກຜົນລະອຽດທີ່ບັນລຸໄດ້ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງທ່ານ Tasuo Yasunaga. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ກຸ່ມບໍລິສັດ Mitsui  ດ້ວຍກຳລັງຄວາມສາມາດ ແລະ ບົດຮຽນຂອງຕົນ, ອາດຈະສືບຕໍ່ຄົ້ນຄ້ວາ, ຊອກຮູ້ບັນດາໂຄງການພື້ນຖານໂຄງລ່າງໃຫຍ່ເພື່ອຮ່ວມມືຜັນຂະຫຍາຍຢູ່ຫວຽດນາມ.
ທ່ານ Tasuo Yasunaga ຢືນຢັນວ່າ ລະບົບໂຄງການອາຍແກສແປງ B ແມ່ນຫນຶ່ງໃນບັນດາໂຄງການຮ່ວມມືສຳຄັນທີ່ສຸດຂອງກຸ່ມບໍລິສັດ Mitsui. ສະນັ້ນ ກຸ່ມບໍລິສັດ Mitsui ຂອງຍີ່ປຸ່ນ ຈະຮ່ວມມືຢ່າງແຫນ້ນແຟ້ນກັບກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ເພື່ອຜັນຂະຫຍາຍໂຄງການຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top