• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາແຂວງພາກໃຕ້ຂອງລາວກັບ 4 ແຂວງທາງພາກກາງຫວຽດນາມ

ກອງປະຊຸມເປັນການຢືນຢັນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ 4 ແຂວງທາງພາກໃຕ້ຂອງລາວ ກໍ່ຄືບັນດາແຂວງ, ນະຄອນທາງພາກກາງຂອງຫວຽດນາມ.


ກອງປະຊຸມສົ່ງເສີມການລົງທຶນດ້ານການທ່ອງທ່ຽວ 

(ພາບ: truyenhinhdulich.vn)


ສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງ ຈຳປາສັກ ຫາກໍ່ສົມທົບກັບບັນດາທ້ອງຖິ່ນຈັດກອງປະຊຸມສົ່ງເສີມການລົງທຶນດ້ານການທ່ອງທ່ຽວລະຫ່າງ 3 ແຂວງທາງພາກໃຕ້ຂອງລາວ ແມ່ນ: ອັດຕະປື, ເຊກອງ, ສາລະວັນ ກັບ 4 ແຂວງ, ນະຄອນຂອງຫວຽດນາມ ແມ່ນ: ດ່ານັ້ງ, ເທື່ອທຽນ - ເຫ້ວ, ກອນຕຸມ ແລະ ບິ່ງດິ້ງ. ເຂົ້າຮ່ວມເຫດການຍັງມີທ່ານ ວຽງໄຊ ພົມມະຈັນ, ຫົວໜ້າສະຖານກົງສູນລາວ ປະຈຳດ່ານັ້ງ, ການນຳແຂວງຈຳປາສັກ ພ້ອມກັບວິສາຫະກິດທ່ອງທ່ຽວຂອງ 2 ປະເທດ 30 ແຫ່ງ.

        ກອງປະຊຸມເປັນການຢືນຢັນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ 4 ແຂວງທາງພາກໃຕ້ຂອງລາວ ກໍ່ຄືບັນດາແຂວງ, ນະຄອນທາງພາກກາງຂອງຫວຽດນາມ. ພ້ອມທັງໄຈ້ແຍກ, ເຮັດແຈ້ງບັນດາຄວາມຫຍຸ້ງຍາກໃນການເຄື່ອນໄຫວດ້ານການທ່ອງທ່ຽວໃນປະຈຸບັນ, ຜ່ານນັ້ນສະເໜີມາດຕະການແກ້ໄຂບັນດາສິ່ງຈຳກັດກ່ຽວກັບດ້ານລະບຽບການບໍລິຫານ, ການເຂົ້າອອກເມືອງ, ຄວາມສະຫງົບ, ພື້ນຖານໂຄງລ່າງ… ບັນດາວິສາຫະກິດ 2 ຝ່າຍໄດ້ແລກປ່ຽນບົດຮຽນໃນການຈັດຕັ້ງບັນດາລາຍການທ່ອງທ່ຽວຂ້າມຊາຍແດນລະຫວ່າງ 2 ປະເທດ; ສະເໜີບັນດາລາຍການເຊື່ອມຕໍ່ການສົ່ງເສີມດ້ານການຄ້າ ແລະ ດຶງດູດການລົງທຶນພັດທະນາບັນດາສະຖານທີ່ທ່ອງທ່ຽວລະອຽດຢູ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນ; ສ້າງບັນດາຜະລິດຕະພັນ, ຮູບການທ່ອງທ່ຽວທີ່ເໝາະສົມໃຫ້ທັງ 2 ຝ່າຍ…

        ການນຳຂະແໜງທ່ອງທ່ຽວບັນດາແຂວງທາງພາກໃຕ້ຂອງລາວ ໄດ້ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວຂອງທ້ອງຖິ່ນຕົນ ດ້ວຍລະບົບພູຜາປາໄມ້ທີ່ໃຫຍ່ໂຕມະໂຫຖານ, ນ້ຳຕົກຕາດ, ຖ້ຳທຳມະຊາດທີ່ສວຍງາມ, ວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top