• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົມທົບກຳລັງແຮງທັງຊາດ ກັບກຳລັງແຮງຍຸກສະໄໝໃນວຽກງານການຕ່າງປະເທດປະຊາຊົນ

ຕອນເຊົ້າວັນທີ 15 ພະຈິກ ຢູ່ ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອ (ວັນທີ 17 ພະຈິກ ປີ 1950 - ວັນທີ 17 ພະຈິກ ປີ 2020),  ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະປີ 2020 – 2025 ແນໃສ່ທົບທວນຄືນປະຫວັດສາດມູນເຊື້ອ ຂອງວຽກງານການຕ່າງປະເທດປະຊາຊົນ ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.

ທ່ານ ເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ  

ເນື່ອງໃນໂອກາດນີ້ທ່ານ ເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍອວຍພອນສະຫະພັນບັນດາອົງການມິດຕະພາບ ຫວຽດນາມ. ໃນຈົດໝາຍທ່ານໄດ້ຊີ້ແຈ້ງວ່າ ປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍທ່ວງທ່າ ແລະ ກຳລັງໃໝ່ ມີຫຼາຍກາລະໂອກາດ ເງື່ອນສະດວກ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ບັນດາການຫັນປ່ຽນຢ່າງວ່ອງໄວ, ສັບສົນໃນໂລກ ແລະ ພາກພື້ນ ພວມສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ສາຍພົວພັນສາກົນ,  ຂະບວນການປະຊາຊົນໂລກ ແລະ ສະພາບແວດລ້ອມແຫ່ງການພົວພັນຕ່າງປະເທດຂອງ ຫວຽດນາມ ອັນໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃໝ່ ທີີ່ມີຕໍ່ວຽກງານການພົວພັນຕ່າງປະເທດເວົ້າລວມ ແລະ ວຽກງານການຕ່າງປະເທດປະຊາຊົນ ເວົ້າສະເພາະ. ໃນສະພາບການດັ່ງກ່າວ ພວກເຮົາຄວນຊາບຊຶມ ທັດສະນະຂອງພັກ ກ່ຽວກັບການສົມທົບກຳລັງແຮງຂອງທັງຊາດ ກັບກຳລັງແຮງຍຸກສະໄໝ ເພື່ອສ້າງກຳລັງແຮງສັງລວມຂອງປະເທດຊາດ ແລະ ສືບຕໍ່ຂະຫຍາຍບົດບາດທ່າແຮງຂອງວຽກງານການຕ່າງປະເທດປະຊາຊົນ ໃນສະພາບການໃໝ່.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top